ຕະຫລາດຝລັ່ງນິຍົມໝາກລິ້ນຈີ່ຫວຽດນາມ

ຕະຫລາດຝລັ່ງນິຍົມໝາກລິ້ນຈີ່ຫວຽດນາມ - ảnh 1

(vovworld)- ໝາກ​ລິ້ນ​ຈີ່ ຂອງ​ລູກ​ງ້ານ ແຂວງ ບັກ​ຢາງ 2 ງວດ​ທຳ​ອິດ ສົ່ງ​ໄປ​ຂາຍ​ຢູ່ ຝ​ລັ່ງ ດ້ວຍ​ປະ​ລິ​ມານ​ເກືອບ 1.200 ກິ​ໂລກຼາມ ໄດ້​ຮັບ​ການຈຳ​ຫນ່າຍ​ຢ່າງວ​ອ່ງ​ໄວ​ຢູ​່ ຮ້ານ​ສັບ​ພະ​ສິນ​ຄ້າ 4 ແຫ່ງ​ຂຶ້ນ​ກັບ​ລະ​ບົບ​​ຮ້ານ​ຄ້າ​ຂອງບ​ໍ​ລິ​ສັດ​ຂາ​ອອກ​ຂາ​ເຂົ້າ ແທງ​ບິງ Jeune ຊື່ງ​ແມ່ນ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ​ສິນ​ຄ້າ ຫວຽດ​ນາມ. ດ້ວຍ​ການ​ຈຳ​ຫ​ນ່າຍ​ຫລາຍ​ຄ​ື​ປະ​ຈຸ​ບັນ, ບໍ​ລິ​ສັດ​ຈະ​ສືບ​ຕໍ່​ນຳ​ເຂົ້າ​ໝາກ​ລິ້ນ​ຈີ່​ຕື່ມ​ອີກ 2 ງວດ ໃນ​ເດືອນ 6, ຍົກ​ຍອດ​ປະ​ລິ​ມານ​ໝາກ​ລິ້ນ​ຈີີ່ນຳ​ເຂົ້າ​ຝ​ລັ່ງ ໃນ​ລະ​ດູ​ການນີ້​ແມ່ນ​ປະ​ມານ 2-3 ໂຕນ. ທ່ານ ໂງ​ມີ​ງເດືອງ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ ແທງ​ບີງ Jeune ໃຫ້​ຮູ້​ວ່າ: ບໍ​ລິ​ສັດ​ພວມ​ຂຶ້ນ​ແຜນ​ການ​ຂົນ​ສົ່ງ​ໝາກ​ລິ້ນ​ຈີ​່ດ້ວຍ​ກຳ​ປັ່ນ​ທາ​ງ​ທະ​ເລ​ໃນ​ລະ​ດູ​ການ​ປີ 2016 ເພື່ອ​ຫລຸດ​ຜ່ອນ​ລາ​ຄ​າ​ຜະ​ລິດ​ຕະ​ພັນ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ