ຕ້ານການຫຍໍ້ທໍ້ໃນການເຄື່ອນໄຫວຕຸລາການ

ຕ້ານການຫຍໍ້ທໍ້ໃນການເຄື່ອນໄຫວຕຸລາການ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ເຂດ​ພາກ​ເໜືອ
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 2/2, ຢູ່​ນະຄອນ​ໂຮ່ຈີ​ມິນ, ຄະນະ​ຊີ້​ນຳ​ປະຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ເຂດ​ພາກ​ໃຕ້ ກ່ຽວ​ກັບ​ສະພາບ​ຕົວ​ຈິງ, ມາດ​ຕະການ​ປ້ອງ​ກັນ, ຕ້ານ​ການຫຍໍ້​ທໍ້​ໃນ​ການ​ເຄື່ອນ​ໄຫວ​ຍຸຕິ​ທຳ. ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ, ບັນດາ​ອົງການ​ຕຸລາການ​ຄວນ​ສ້າງ ​ແລະ ປັບປຸງ​ບັນດາ​ລະບອບ​ນິຕິ​ກຳ, ບັນດາ​ກົດໝາຍ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຫຍໍ້​ທໍ້; ຍົກ​ສູງ​ສະຕິ, ນຳ້​ໃຈ​ຮັບຜິດຊອບ​ຂອງ​ພະນັກງານ, ລັດຖະກອນ​ຜ່ານ​ການ​ຮຳ່ຮຽນ, ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ມະຕິ, ຄຳ​ສັ່ງ​ຂອງ​ພັກ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ. ດຣ ຮ່ວາງ​ທິກ​ວີ່ງຈີ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ​​ໄອ​ຍະ​ການ,​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຖື​ວ່າ:

        “​ໃນ​ເງື່ອນ​ໄຂ​ຍູ້​ແຮງ​ວຽກ​ງານ​ປະຕິ​ຮູບ, ​ເລື່ອງຕໍ່ສູ້​ຕ້ານການ​ຫຍໍ້​ທໍ້, ການ​ສໍ້​ລາດ​ບັງຫຼວງ​ໃນ​ການ​ເຄື່ອນ​ໄຫວ​ຕຸລາການ​ແມ່ນ​ຮີບ​ເຮັ່ງ​ທີ່​ສຸດ. ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ແຜນ​ຮ່າງ​ປ້ອງ​ກັນ, ຕ້ານ​ການ​ຫຍໍ້​ທໍ້ ​ແມ່ນ​ການ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ ​ໃນ​ການ​ປັບປຸງ​ລະບອບ​ລະ​ບຽບການ​ໃນ​ການ​ເຄື່ອນ​ໄຫວ​ຍຸຕິ​ທຳ. ຕຸລາການ​ແມ່ນ ຄວາມ​ຍຸຕິ​ທຳ, ຖ້າຫາກ​ວຽກ​ງານ​ຕຸລາການ​ບໍ່​ເຂັ້ມ​ງວດ, ປະຊາຊົນ​ຈະ​ບໍ່​ມີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຕໍ່​ຄວາມ​ຍຸຕິ​ທຳ, ສົ່ງ​ຜົນ​ກະທົບ​ເຖິງ​ຄວາມ​ຄົງ​ຕົວ​ຂອງ​ລະບອບ, ດັ່ງ​ນັ້ນ​ນີ້​ແມ່ນ​ຂົງ​ເຂດ​ຕ້ອງ​ໄດ້​ຮັບ​ຄວາມ​ເອ​ົາ​ໃຈ​ໃສ່​ເປ​ັນພິ​ເສດ.

 

 


ຂ່າວ/ບົດ​ອື່ນ