ທູດ​ພິ​ເສດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຢ້ຽມ​ຢາມ ຫວຽດ​ນາມ

(VOVWORLD) -ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ທ່ານ John Kerry ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມແຕ່ວັນທີ 22 – 25 ກຸມພາ.
ທູດ​ພິ​ເສດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຢ້ຽມ​ຢາມ ຫວຽດ​ນາມ - ảnh 1ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ທ່ານ John Kerry ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: Reuters)

ຫ້ອງການໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ທ່ານ John Kerry ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມແຕ່ວັນທີ 22 – 25 ກຸມພາ. ໃນການຢ້ຽມຢາມຄັ້ງນີ້, ທ່ານ John Kerry ຈະພົບປະກັບເຈົ້າໜ້າທີ່ລັດຖະບານ ແລະ ການນຳວິສາຫະກິດ ແນໃສ່ສ້າງຄວາມເຫັນດີເຫັນພ້ອມໃນການເຄື່ອນໄຫວຫຼັກແຫຼ່ງເພື່ອແກ້ໄຂວິກິດການດິນຟ້າອາກາດ ແລະ ຊຸກຍູ້ວິວັດການຂ້າມຜ່ານເພື່ອມຸ່ງໄປເຖິງພື້ນຖານເສດຖະກິດພະລັງງານສະອາດ.

     ທ່ານ John Kerry ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຢັ້ງຢືນຄວາມປາດຖະໜາຢາກໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດຂອງຕົນໃນການຮັບມືກັບວິກິດການດິນຟ້າອາກາດໃນທົ່ວໂລກໃຫ້ຫຼາຍກວ່າອີກ. ທ່ານຖືວ່າ ຫວຽດນາມ ມີທ່າແຮງ ແລະ ກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃນການພັດທະນາພະລັງງານສະອາດ, ຜະລິດຄືນໃໝ່ ແລະ ຢືນຢັນວ່າ ອາເມລິກາ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ກາຍເປັນປະເທດ ນຳໜ້າໃນພາກພື້ນກ່ຽວກັບເຕັກໂນໂລຢີພະລັງງານສະອາດ, ຜະລິດຄືນໃໝ່ ດ້ວຍໂຄງການຮ່ວມມືລະອຽດ.

ຟ້າມຮວນ - ນັກຂ່າວ VOV  ຢູ່ ອາເມລິກາ.




ຕອບກັບ

ຂ່າວ/ບົດ​ອື່ນ