ທູດພິເສດຂອງສປຊໄປຍັງຊີຣີຊອກຫາຂໍ້ຕົກລົງຢຸດຍິງຢູ່Aleppo
ນັບແຕ່ເດືອນ 3/2011, ຢູ່ຊີຣີ ເກີດການປະທະກັນ, ມີປະມານ 220.000 ຄົນເສຍຊີວິດ
(ພາບ: AFP)
|
(vovworld) – ວັນທີ 28/2, ທູດພິເສດຂອງ ສປຊ ກ່ຽວກັບ ຊີຣີ, ທ່ານ Stafan de Mistura ໄດ້ໄປຍັງນະຄອນຫຼວງ Damascus ຂອງ ຊີຣີ, ເພື່ອເຈລະຈາກັບວົງການເຈົ້າໜ້າທີ່ປະເທດນີ້ກ່ຽວກັບການເຊື່ອມຕໍ່ຂໍ້ຕົກລົງຢຸດຍິງຢູ່ນະຄອນ Aleppo. ການຢ້ຽມຢາມ ຊີຣີ ໃນເວລາ 2 ວັນຂອງທ່ານ Mistura ດຳເນີນໄປໃນສະພາບການປະທະກັນລະຫວ່າງກອງທັບລັດຖະບານ ແລະ ກຳລັງລຸກຮື້ຂຶ້ນຍັງຄົງສືບຕໍ່ເກີດຂຶ້ນຢູ່ຫຼາຍບ່ອນ. ປະຈຸບັນ, ກຳລັງຂອງທ່ານປະທານາທິບໍດີ Bashar Al Assad ຍາດໄດ້ສິດຄວບຄຸມຈາກກຳລັງຝ່າຍຄ້ານ, ຫຼາຍບ່ອນຢູ່ພາກໃຕ້. ໃນການພົບປະກັບວົງການເຈົ້າໜ້າທີ່ ຊີຣີ, ທ່ານ Mistura ຫວັງວ່າຈະສ້າງຕັ້ງແຜນການຂອງ ສປຊ ຍິ່ງໄວກໍ່ຍິ່ງດີ, ເພື່ອແນໃສ່ຢຸດຕິການປະທະກັນຢູ່ນະຄອນ Aleppo ແລະ ມຸ່ງໄປເຖິງການປະຕິບັດການຢຸດຍິງຢູ່ນະຄອນໃຫຍ່ຫຼາຍແຫ່ງ. ອາທິດກ່ອນ, ລັດຖະບານຂອງທ່ານປະທານາທິບໍດີ ຊີຣີ Bashar Al Assad ໄດ້ເຫັນດີຈະຢຸດຕິການບຸກໂຈມຕີເຂົ້າ Aleppo ໃນເວລາ 6 ອາທິດເພື່ອປະຕິບັດຄຳສັ່ງຢຸດຍິງມະນຸດສະທຳ.