ທູດພິເສດ ອາເມລິກາ ກັບຄືນ ຕາເວັນອອກກາງ
(VOVWORLD) - ຂ່າວກ່ຽວກັບ ທູດພິເສດ ອາເມລິກາ ກັບຄືນຕາເວັນອອກກາງ ໄດ້ປະກົດຂຶ້ນ ພາຍຫຼັງສື່ມວນຊົນພາກພື້ນໃຫ້ຂ່າວ ກ່ຽວກັບເລື່ອງ ອາເມລິກາ ແລະ ອີຣານ ກະກຽມເຈລະຈາກ່ຽວກັບຂໍ້ຕົກລົງຢຸດຕິສະພາບເຄັ່ງຕຶງພຽງ 2 – 3 ຊົ່ວໂມງເທົ່ານັ້ນ.
ານ Steve Witkoff ທູດພິເສດຂອງ ປະທານາທິບໍດີ ອາເມລິກາ (ພາບ: REUTERS/Ammar Awad) |
ຕາມສື່ມວນຊົນອິດສະລາແອັນ, ວັນທີ 2 ກຸມພາ, ເຈົ້າໜ້າທີ່ຂັ້ນສູງສອງທ່ານຂອງປະເທດນີ້ ໄດ້ຢັ້ງຢືນວ່າ ທ່ານ Steve Witkoff ທູດພິເສດຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໄປຍັງອິດສະລາແອັນໃນວັນທີ 3 ກຸມພາ. ນະທີ່ນີ້, ທ່ານ Witkoff ໄດ້ມີການພົບປະກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນ ແລະ ທ່ານ ພົນຕີ Eyal Zamir ເສນາທິການໃຫຍ່ ກຳລັງພິທັກ ອິດສະລາແອັນ (IDF). ຄາດວ່າເນື້ອໃນໂຄງການດຳເນີນງານຂອງການພົບປະຕ່າງໆຈະສຸມໃສ່ວິກິດການຢູ່ ອີຣານ. ຂ່າວກ່ຽວກັບ ທູດພິເສດ ອາເມລິກາ ກັບຄືນຕາເວັນອອກກາງ ໄດ້ປະກົດຂຶ້ນ ພາຍຫຼັງສື່ມວນຊົນພາກພື້ນໃຫ້ຂ່າວ ກ່ຽວກັບເລື່ອງ ອາເມລິກາ ແລະ ອີຣານ ກະກຽມເຈລະຈາກ່ຽວກັບຂໍ້ຕົກລົງຢຸດຕິສະພາບເຄັ່ງຕຶງພຽງ 2 – 3 ຊົ່ວໂມງເທົ່ານັ້ນ. ທ່ານ Witkoff ອາດຈະມີການເຈລະຈາກັບວົງການເຈົ້າໜ້າທີ່ອີຣານ ໃນອາທິດນີ້. ສະຖານທີ່ຈັດຕັ້ງການເຈລະຈາອາດຈະແມ່ນນະຄອນຫຼວງ Ankara ຂອງ ຕວັກກີ.
ສຳລັບຝ່າຍ ອີຣານ, ວັນທີ 3 ກຸມພາ, ສຳນັກຂ່າວສານເຄິ່ງທາງການ Tasnim ໃຫ້ຮູ້ວ່າ ບັນດາການເຈລະຈາໂດຍກົງລະຫວ່າງ ອາເມລິກາ ແລະ ອີຣານ ຈະດຳເນີນໃນ 2 – 3 ວັນຈະມາເຖິງ. ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານແມ່ນຫົວໜ້າຄະນະເຈລະຈາອີຣານ. ໃນວັນດຽວກັນ, ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ໄດ້ຊີ້ນຳເລີ່ມຕົ້ນບັນດາການເຈລະຈາກ່ຽວກັບນິວເຄຼຍ ກັບ ອາເມລິກາ.