ທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ທະເລຕາເວັນອອກ
ໂຄສົກກະຊວງການຕ່າງປະເທດ ຂອງຫວຽດນາມ ທ່ານ ເລື່ອງແທງງິ
(vovworld) – ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ເມື່ອວັນທີ 10/1/2013, ຕອບສຳພາດຕໍ່ນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ໜ້າຂ່າວຄາວທີ່ວ່າ ໄຕ້ຫວັນ ຂຶ້ນກັບ ຈີນ ໄດ້ຖະແຫຼງດຳເນີນການສຳຫຼວດ ຊອກຫານ້ຳມັນອາຍແກດຢູ່ເຂດທະເລ ອ້ອມແອ້ມເກາະ ບາບິ່ງ ທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຂອງຫວຽດນາມ ທ່ານ ເລື່ອງແທງງິ ຢືນຢັນວ່າ:
“ຫວຽດນາມ ມີປະຍານຫຼັກຖານດ້ານກົດໝາຍ ແລະ ປະຫວັດສາດ ຢ່າງຄົບຖ້ວນ ເພື່ອຢັ້ງຢືນ ອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ເລື່ອງ ໄຕ້ຫວັນ ມີແຜນດຳເນີນການສຳຫຼວດ ຊອກຫານ້ຳມັນອາຍແກດຢູ່ເຂດທະເລ ອ້ອມແອ້ມເກາະ ບາບິ່ງ ແມ່ນລະເມີດອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ ເຈື່ອງຊາ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ໄຕ້ຫວັນ ຈົ່ງຍົກເລີກແຜນການທີ່ລະເມີດກົດໝາຍດັ່ງກ່າວ.”
ເມື່ອຕອບສຳພາດຕໍ່ນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ກ່ຽວກັບບັນຫາ ຈີນ ແລະ ໄຕ້ຫວັນ ໃນມໍ່ໆມານີ້ ໄດ້ກ່າວສະແດງຄວາມວິຕົກກັງວົນ ໂດຍຖືວ່າ: ກົດໝາຍວ່າດ້ວຍທະເລຫວຽດນາມ ມີຜົນບັງຄັບໃຊ້ ຈະສົ່ງຜົນສະທ້ອນເຖິງການພົວພັນ ກັບບັນດາປະເທດໃນພາກພື້ນ. ໂຄສົກກະຊວງການຕ່າງປະເທດ ຂອງຫວຽດນາມ ທ່ານ ເລື່ອງແທງງິ ຢືນຢັນວ່າ:
“ກ່ຽວຂ້ອງເຖິງທະເລຫວຽດນາມ, ພວກຂ້າພະເຈົ້າ ໄດ້ສະແດງທັດສະນະຂອງຫວຽດນາມ ຫຼາຍຄັ້ງມາແລ້ວ. ເລື່ອງຫວຽດນາມ ຮັບຮອງເອົາກົດໝາຍທະເລ ແມ່ນວຽກງານເປັນປົກກະຕິ ແລະ ຈຳເປັນຂອງປະເທດໜຶ່ງ ຕັ້ງຢູ່ແຄມທະເລ ທີ່ມີອະທິປະໄຕ, ເປັນສະມາຊິກຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍທະເລປີ 1982. ກົດໝາຍທະເລຫວຽດນາມ ຢືນຢັນ ຢ່າງຈະແຈ້ງວ່າ: ແຜນນະໂຍບາຍຂອງຫວຽດນາມໃນການແກ້ໄຂສັນຕິພາບ, ບັນດາການພິພາດກັນຢູ່ທະເລຕາເວັນອອກແມ່ນອີງບົນພື້ນຖານກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍທະເລປີ 1982 ແລະ ບັນດາຂໍ້ຕົກລົງກັນ, ກົນໄກທີ່ກ່ຽວຊ້ອງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ການຮ່ວມມືໃນທະເລຕາເວັນອອກ.”