ທິມຊາດບານເຕະຫວຽດນາມໄດ້ຮັບຜົນງານດີເດັ່ນໃນປະຫວັດສາດກິລາບານເຕະ

(VOVWORLD) -ຕໍ່ໜ້າໄຊຊະນະຂອງ ທິມຊາດບານເຕະ U 23 ຫວຽດນາມ, ບັນດາພາຫະນະສື່ມວນຊົນກໍໄດ້ໃຫ້ຂ່າວຊົມເຊີຍຜົນງານຂອງທິມຊາດບານເຕະ U 23 ຫວຽດນາມ.
ທິມຊາດບານເຕະຫວຽດນາມໄດ້ຮັບຜົນງານດີເດັ່ນໃນປະຫວັດສາດກິລາບານເຕະ - ảnh 1ທິມຊາດບານເຕະ U 23 ຫວຽດນາມສາມາດເຂົ້າແຂ່ງຂັນໃນຮອບຮອງຊະນະເລີດກິລາບານເຕະອາຊີ 

ດັ່ງທີໄດ້ໃຫ້ຂ່າວໄປແລ້ວ, ໃນຕອນຄ່ຳວັນທີ 20 ມັງກອນ, ທິມຊາດບານເຕະ U 23 ຫວຽດນາມຂອງຄູເຝິກ ປັກຮັງແຊວ ໄດ້ເຂົ້າສູ່ປະຫວັດສາດ ບໍ່ພຽງແຕ່ຂອງຫວຽດນາມເທົ່ານັ້ນ, ຫາກຍັງຂອງກິລາບານເຕະອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ ຂະນະທີ່ເປັນຄັ້ງທຳອິດ ທິມຊາດບານເຕະ U 23 ຫວຽດນາມ ໄດ້ສາມາດເຂົ້າແຂ່ງຂັນໃນຮອບຮອງຊະນະເລີດກິລາບານເຕະອາຊີ. ຕໍ່ໜ້າໄຊຊະນະຂອງ ທິມຊາດບານເຕະ U 23 ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍຊົມເຊີຍທິມຊາດບານເຕະ U 23 ຫວຽດນາມ. ໃນຈົດໝາຍ ທ່ານໄດ້ຢືນຢັນວ່າ ນີ້ແມ່ນຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງຂອງກິລາພາກພື້ນເວົ້າລວມ ແລະ ຂອງກິລາບານເຕະຫວຽດນາມເວົ້າສະເພາະ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຄຳອວຍພອນອັນດີງາມມາຍັງທິມຊາດບານເຕະ U 23 ຫວຽດນາມ ແລະ ກະໂຕຄູເຝິກ ປັກຮັງແຊວ, ພ້ອມທັງສະແດງຄວາມຫວັງວ່າ ທິມຊາດບານເຕະ U 23 ຫວຽດນາມຈະສືບຕໍ່ຍາດໄດ້ຜົນງານໃນການແຂ່ງຂັນກິລາບານເຕະລະດັບພາກພື້ນ ແລະ ສາກົນ.ຫ່ງ

     ຕໍ່ໜ້າໄຊຊະນະຂອງ ທິມຊາດບານເຕະ U 23 ຫວຽດນາມ, ບັນດາພາຫະນະສື່ມວນຊົນກໍໄດ້ໃຫ້ຂ່າວຊົມເຊີຍຜົນງານຂອງທິມຊາດບານເຕະ U 23 ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ