ທົ່ວສັງຄົມເອົາໃຈໃສ່ເບິ່ງແຍງດູແລ,ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ

ທົ່ວສັງຄົມເອົາໃຈໃສ່ເບິ່ງແຍງດູແລ,ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ - ảnh 1
(ພາບປະກອບ:ອິນເຕີແນັດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/6, ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ຜູ້​ມີ​ອາຍຸ​ສູງ ຫວຽດນາມ ປະກາດ​ຂໍ້​ຕົກລົງ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ ​ແລະ ຜັນ​ຂະຫຍາຍ​ເດືອນ​ກະທຳ ​ເພື່ອ​ຜູ້​ມີ​ອາຍຸ​ສູງ ຫວຽດນາມ ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ: “ເດືອນ​ກະທຳ ​ເພື່ອ​ຜູ້​ມີ​ອາຍຸ​ສູງທີ່ປະສົບກັບ​ຄວາມ​ຫຍຸ້ງຍາກ”. ເດືອນ​ກະທຳເພື່ອ​ຜູ້​ມີ​ອາຍຸ​ສູງ ຫວຽດນາມ ​ເພື່ອ​​ແນ​ໃສ່ປະຕິບັດ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ເປັນ​ຢ່າງ​ດີ, ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ, ສ່ວນ​ບຸກຄົນ, ປະຊາ​ຄົມ ​ແລະ ທົ່ວ​ສັງ​ຄົມ​ເອົາ​ໃຈ​ໃສ່  ​ເບິ່​ງແຍງ​ດູ​ແລ,  ​ເສີມ​ຂະຫຍາຍ​ບົດບາດຂອງ​​ຜູ້​ມີ​ອາຍຸ​ສູງ. ທ່ານ​ນາງ ກູ​ທິ​ເຮົ້າ, ປະທານ​ສູນ​ກາງ​ສະມາຄົມ​ຜູ້​ມີ​ອາຍຸ​ສູງ ຫວຽດນາມ ​ໃຫ້​ຮູ້​ວ່າ:

                ເດືອນ​ກະທຳ ​ເພື່ອ​ຜູ້​ມີ​ອາຍຸ​ສູງ ປີ 2015, ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນຫົວ​ຂໍ້​ແມ່ນ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ອາຍຸ​ສູງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ສະ​ນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ບັນດາ​ຄາດໝາຍ, ​ບົນ​ພື້ນຖານ​ນັ້ນປຸກລະດົມ​ບັນດາ​ຂັ້ນ, ຂະ​ແໜງ​ຕ່າງໆ​ຜັນ​ຂະຫຍາຍ​ປະຕິບັດ. ​ເພື່ອ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ເປັນ​ຢ່າງ​ດີ, ຂ້າພະ​ເຈົ້າ​ຄິດ​ວ່າ: ບັນດາ​ອົງການ​ສູນ​ກາງ​ຄວນ​ສົມທົບ​ກັນ, ຊີ້​ນຳ​ນຳພາ​ບັນດາ​ຫົວໜ່ວຍ​ຂອງ​ຕົນ​ປະຕິບັດ​ໂຄງການ​ນີ້. ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ເພື່ອ​​ທະວີຄູນບັນດາ​ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນ​ມີ​ຜົນ​ງານ​ໃນ​ການເບິ່ງ​ແຍງ​ດູ​ແລຜູ້​ມີ​ອາຍຸ​ສູງ ​ແລະ ປະກອບສ່ວນ​ໃຫ້​​ແກ່ໂຄງການ​ນີ້.

ຂ່າວ/ບົດ​ອື່ນ