ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 230 ລ້ານ​ຄົນ

(VOVWORLD) - ໃນນັ້ນ, ອາເມລິກາ ແມ່ນປະເທດມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນກວ່າ 94.000 ຄົນ;ຖັດຈາກນັ້ນແມ່ນ ອັງກິດ ແລະ ຕວັກກີ. ອາເມລິກາ ກໍແມ່ນປະເທດທີ່ມີຈຳນວນຜູ້ເສຍຊີວິດຕື່ມອີກຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາ, ຖັດຈາກນັ້ນແມ່ນ ລັດເຊຍ ແລະ ບຣາຊິນ.

        ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 22 ກັນຍາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 230 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,7 ລ້ານຄົນ. ພາຍໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 415,7 ລ້ານຄົນ ແລະ ມີ 7.575 ຄົນ ເສຍຊີວິດ. ໃນນັ້ນ, ອາເມລິກາ ແມ່ນປະເທດມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນກວ່າ 94.000 ຄົນ;ຖັດຈາກນັ້ນແມ່ນ ອັງກິດ ແລະ ຕວັກກີ. ອາເມລິກາ ກໍແມ່ນປະເທດທີ່ມີຈຳນວນຜູ້ເສຍຊີວິດຕື່ມອີກຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາ, ຖັດຈາກນັ້ນແມ່ນ ລັດເຊຍ ແລະ ບຣາຊິນ.

        ອາເມລິກາ, ອີນເດຍ ແລະ ບຣາຊິນ ແມ່ນ 3 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ

ຕອບກັບ

ຂ່າວ/ບົດ​ອື່ນ