ທະນາຄານໂລກໜູນຊ່ວຍຫວຽດນາມຕ້ານການປ່ຽນແປງຂອງດິນຟ້າອາກາດ

ທະນາຄານໂລກໜູນຊ່ວຍຫວຽດນາມຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບປະກອບ

(vovworld) – ທະນາຄານ​ໂລກ (WB) ຫາ​ກໍ່​ໃຫ້​ຄຳໝັ້ນ​ສັນຍາ​ໜູນ​ຊ່ວຍ ຫວຽດນາມ ວາງ​ແຜນ​ກຳນົດ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ເພື່ອ​ຫລຸດຜ່ອນ​ຜົນ​ສະທ້ອນ​ຂອງ​ກາ​ນປ່ຽນ​ແປງດິນ​ຝ້າ​ອາກາດ. ນີ້​ແມ່ນ​ໝາກຜົນ​ຂອງ​ການ​ເຮັດ​ວຽກ​ລະຫວ່າງ ລັດຖະມົນຕີກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ຫງວຽນ​ມິ​ງກວາງ ​ແລະ ຮອງ​ປະທານ WB ທ່ານ Rachel Kyte, ຢູ່​ນະຄອນຫຼວງ ວໍ​ຊີ​ຕັນ ດີ​ຊີ ​ເມື່ອ​ວັນ​ທີ 28/2.

    ຕາມ​ນັ້ນ​ແລ້ວ, WB ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ ຫວຽດນາມ ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ເອກະສານ​ແນະນຳ​ການປະຕິບັດ​ເນື້ອ​ໃນ​ກ່ຽວ​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າອາ​ກາດ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ. ທະນາຄານ​​ໂລກ​ຈະ​ໜູນ​ຊ່ວຍ ຫວຽດນາມ ​ເຂົ້າ​ຮ່ວມ​ລາຍການ​ຂອງ​ກອງ​ທຶນ ກາກ​ບອນ ຊີວະ​ພາບ ​ເພື່ອ​ແນ​ໃສ່​ຫລຸດຜ່ອນສິ່​ງ​​ເສດ​ເຫຼືອ​ຈາກ​ການ​ນຳ​ໃຊ້​ທີ່​ດິນ ​ແລະ ນຳ​ບັນຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ເຂົ້າໃນ​ແຜນ​ກຳນົດນຳ​ໃຊ້​ທີ່​ດິນ​ຢູ່ ຫວຽດນາມ.

    ຜູ້ຕາງໜ້າ​ທະນາຄານ​ໂລກ ​ເຫັນ​ດີ​ເປັນ​ເອກະສັນ​ໜູນ​ຊ່ວຍ ຫວຽດນາມ ສ້າງ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ໃຫ້​ບັນດາ​ໂຄງການ​ນຳ​ໃຊ້ພະລັງງານ​ສະອາດ​, ພິຈາລະນາ​ຂໍ້​ສະ​ເໜີ​ຂອງ ຫວຽດນາມ ​ໃນ​ການ​ໜູນ​ຊ່ວຍ​ທຶນ​ກູ້​ຢືມ​ບຸລິມະສິດ​ໃຫ້​ບັນດາ​​ໂຄງການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢ່າງ​ຮີບ​ດ່ວນ..​.​.

 

 

 

ຂ່າວ/ບົດ​ອື່ນ