(vovworld) - ວັນທີ 9/3, ທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານໂລກ ໄດ້ເຊັນສັນຍາການເງິນເພີ່ມເຕີມໃຫ້ແກ່ໂຄງການຄົມມະນາຄົມເຂດຊົນນະບົດ 3. ບ້ວງເງິນໜູນຊ່ວຍ 97 ລ້ານ USD ໃນສັນຍາດັ່ງກ່າວແມ່ນເພື່ອແນໃສ່ບູລະນະສ້ອມແປງເສັ້ນທາງຄົມມະນາຄົມ, ຊ່ວຍສ້າງກາລະໂອກາດພັດທະນາເສດຖະກິດນອກຂົງເຂດກະສິກຳ ແລະ ການບໍລິການສັງຄົມໃຫ້ແກ່ບັນດາເຂດຊົນນະບົດທຸກຍາກ. ມາຮອດປະຈຸບັນ, ໂຄງການຄົມມະນາຄົມເຂດຊົນນະບົດ 3 ສ້ອມແປງເສັ້ນທາງຄົມມະນາຄົມໄດ້ກ່ວາ 2.000 ກິໂລເມັດ ພ້ອມກັບປູລະນະຂົວ ແລະ ເສັ້ນທາງຄົມມະນາຄົມເມືອງຕໍ່ເນື່ອງປະມານ 13.000 ກິໂລເມັດສຳເລັດຜົນ. ຄາດວ່າ, ປະຊາຊົນປະມານ 5 ລ້ານຄົນຢູ່ 32 ແຂວງພາກກາງ ແລະ ພາກເໜືອຫວຽດນາມ, ໃນນັ້ນ ມີ 14 ແຂວງຢູ່ເຂດພູດອຍ ຈະໄດ້ຮັບຜົນປະໂຫຍດຈາກລະບົບຄົມມະນາຄົມທີ່ໄດ້ຮັບການບູລະນະສ້ອມແປງ.