ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ເປັນປະທານກອງປະຊຸມສະພາແຂ່ງຂັນຍ້ອງຍໍສູນກາງ
(ພາບ:VGP/Nhật Bắc)
(vovworld) - ຕອນບ່າຍວັນທີ 30/7, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ, ໄດ້ເປັນປະທານວາລະປະຊຸມນັດສາມັນຂອງສະພາແຂ່ງຂັນຍ້ອງຍໍສູນກາງ. ກ່າວຄວາມເຫັນສະຫຼຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ສະເໜີສຸມໃສ່ຍູ້ແຮງບັນດາຂະບວນການແຂ່ງຂັນທີ່ອຸດົມສົມບຸນ, ແທດຈິງ ແລະ ມີປະສິດທິຜົນກວ່າອີກ. ທ່ານນາຍົກລັດຖະມົນຕີກໍ່ໄດ້ຮຽກຮ້ອງສະພາແຂ່ງຂັນຍ້ອງຍໍສູນກາງເອົາໃຈໃສ່ເປັນພິເສດເຖິງການ ທະວີຄູນແບບຢ່າງທີ່ກ້າວໜ້າໃນຂະບວນການແຂ່ງຂັນຕ່າງໆ, ຜ່ານນັ້ນແຜ່ຂະຫຍາຍຢ່າງແຮງໃນປະຊາຄົມສັງຄົມ, ເພື່ອປະຕິບັດບັນດາໜ້າທີ່ການເມືອງ - ເສດຖະກິດ - ສັງຄົມຂອງປະເທດຊາດໃນປີ 2015 ຢ່າງມີໄຊ.