ທ່ານດິງເທ໋ຮິງເຮັດວຽກກັບຄະນະປະຈຳຄະນະພັກແຂວງກວາງນີງ

ທ່ານດິງເທ໋ຮິງເຮັດວຽກກັບຄະນະປະຈຳຄະນະພັກແຂວງກວາງນີງ - ảnh 1
ທ່ານດິງເທ໋ຮິງເຮັດວຽກກັບຄະນະປະຈຳຄະນະພັກແຂວງກວາງນີງ

(vovworld) –  ​ຕອ​ນ​ເຊົ້າ​ວັນ​ທີ 31/10, ຢູ່​ນະ​ຄອນ ຮ້າ​ລອງ, ແຂວງ ກວາງ​ນີງ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ອະ​ນຸ​ກຳ​ມະ​ການ​ເອ​ກະ​ສານກອງ​ປະ​ຊຸມ​ໃຫ​ຍ່​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄັ້ງ​ທີ 12 ໂດຍ​ທ່ານ ດິງ​ເທ໋​ຮິງ, ຫົວ​ໜ້າ​ຄະນະໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ຮອງ​ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ອະ​ນຸກ​ຳ​ມະ​ການ​ເອ​ກະ​ສານ, ຫົວ​ໜ້າ​ໜ່ວຍ​ບັນ​ນາ​ທິ​ການເອ​ກະ​ສານ, ​ເຮັດ​ວຽກ​ກັບຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງກວາງ​ນີງ ກ່ຽວ​ກັບ​ແຜນ​ຮ່າງ “ຍົກ​ສູງ​ຄວາມ​ສາ​ມາດ, ກຳ​ລັງ​ຕໍ່​ສູ້, ປ່ຽນ​ໃໝ່​ວິ​ທີ​ນຳ​ພາ​ຂອງ​ພັກ, ​ເຮັດ​ໃຫ້​ກົງ​ຈັກ, ບັນ​ຈຸ​ພະ​ນັກ​ງານ​ກະ​ທັດ​ລັດ” ແລະ ປະ​ກອບ​ຄຳ​ເຫັນ​ສ້າງ​​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ດິງ​ເທ໋​ຮິງ ຕີ​ລາ​ຄາ​ສູງ​ເນື້ອ​ໃນ​ຂອງ​ແຜນ​ຮ່າງ “ຍົກ​ສູງ​​ຄວາມ​ສາ​ມາດ, ກຳ​ລັງ​ຕໍ່​ສູ້, ປ່ຽນ​ໃໝ່​ວິ​ທີ​ນຳ​ພາ​ຂອງ​ພັກ ແລະ ເຮັດ​ໃຫ້​ກົງ​ຈັກ, ບັນ​ຈຸ​ພະ​ນັກ​ງານ​ກະ​ທັດ​ລັດ” .ທ່ານ ດິງ​ເທ໋​ຮິງ ສະ​ເໜີ​ໃຫ້​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແຂວງ ກວາງ​ນິງ ສືບຕໍ່​ມາ​ນະ​ພະ​ຍາ​ຍາມຫຼາຍ​ກ່​ວາ​ອີກ, ສາ​ມັກ​ຄີ, ສູ້​ຊົນ​ປະ​ຕິ​ບັດ​ບ​ັ​ນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປ​ີ 2014 ໃຫ້​ສຳ​ເລັດ,ປະ​ຕິ​ບັດ​ມະ​ຕິ​ອາ​ຍຸ​ການກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ອົງ​ຄະ​ນະ​ພັກ​ແຂວງ ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ.


ຂ່າວ/ບົດ​ອື່ນ