ທ່ານ​ນາງດັ້ງ​ທິ​ງອກ​ທິ້ງ​ຮອງ​ປະ​ທານ​ປະ​ເທດ ໃຫ້​ການ​ຕ້ອ​ນ​ຮັບ​ປະ​ທານ​ ອົງ​ການ Operation Smile

(VOVWORLD) - ວຽດນາມຈະ ຕັ້ງໜ້າສົມທົບ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ອົງການ Operation Smile ເພື່ອນຳມາເຊິ່ງຮອຍຍິ້ມໃຫ້ແກ່ເດັກນ້ອຍພິການມາແຕ່ເກີດຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ
ທ່ານ​ນາງດັ້ງ​ທິ​ງອກ​ທິ້ງ​ຮອງ​ປະ​ທານ​ປະ​ເທດ ໃຫ້​ການ​ຕ້ອ​ນ​ຮັບ​ປະ​ທານ​ ອົງ​ການ Operation Smile    - ảnh 1ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ ແລະ ທ່ານ ນາງ Kathy Magee ປະທານອົງການ Operation Smile (ພາບ: qdnd.vn )

ຕອນບ່າຍວັນທີ 1 ເມສາ, ຢູ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງທິງອກທິ້ງ, ຮອງປະທານປະເທດ ຫວຽດນາມ, ປະທານສະພາປົກປ້ອງກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ນາງ Kathy Magee, ປະທານອົງການ Operation Smile. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດໄດ້ຢັ້ງຢືນວ່າ ຫວຽດນາມຈະ ຕັ້ງໜ້າສົມທົບ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ອົງການ Operation Smile ເພື່ອນຳມາເຊິ່ງຮອຍຍິ້ມໃຫ້ແກ່ເດັກນ້ອຍພິການມາແຕ່ເກີດຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ. ທ່ານນາງຮອງປະທານປະເທດມີປາດຖະໜາວ່າ ໃນໄລຍະທີ່ຈະເຖິງ ອົງການຈະມີບັນດາໂຄງການທີ່ມຸ່ງໄປສູ່ການ ປິ່ນປົວຢ່າງຮອບດ້ານໃຫ້ແກ່ຄົນເຈັບ ແລະ ຊ່ວຍເຫຼືອເດັກນ້ອຍເຊື່ອນຕົວກັບປະຊາຄົມເທື່ອລະກ້າວ. ສ່ວນທ່ານນາງ Kathy Magee ສະແດງຄວາມຫວັງວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງມີປະສິດທິຜົນເພື່ອຈັດຕັ້ງຫຼາຍໂຄງການທີ່ມີຄວາມໝາຍໃຫ້ແກ່ເດັກນ້ອຍຕື່ມອີກ, ເພີ່ມທະວີການເຊື່ອມຕໍ່ຂໍ້ມູນຂ່າວສານກ່ຽວກັບບັນດາກໍລະນີເດັກນ້ອຍທີ່ຕ້ອງການການໜູນຊ່ວຍເພື່ອໃຫ້ນັບມື້ນັບມີເດັກນ້ອຍພິການມາແຕ່ເກີດໄດ້ມີຊີວິດທີ່ສົດໃສກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ