ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຄະນະຜູ້ແທນແຂວງGunmaປະເທດຍີ່ປຸ່ນ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຄະນະຜູ້ແທນແຂວງGunmaປະເທດຍີ່ປຸ່ນ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ໃຫ້​ການ​ຕ້ອນ​ທ່ານ Osawa Massaki, ຜູ້​ວ່າ​ການ​ແຂວງGunma 


(vovworld)- ​ຕອນ​ເຊົ້າ​ວັນ​ທີ 16/2 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ແຂວງ Gunma ໂດຍ​ທ່ານ Osawa Massaki, ​ຜູ້​ວ່າ​ການ​ແຂວງ ນຳ​ຫນ້າ​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ຢືນ​ຢັນ​ວ່າ: ສາຍ​ພົວ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ້າງ​ຂວາງ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ຢູ່ ອາ​ຊີ” ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ພວມ​ພັດ​ທະ​ນາ​ອັນ​ດີ​ງາມ ແລະ ພວມ​ໄດ້​ຮັບ​ການ​ເລິກ​ເຊິ່ງກວ່າ​ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາ​ມ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ລັດ​ຖະ​ສະ​ພາ​ຍີ່​ປຸ່ນ ມີ​ຄວາມ​ເອົາ​ໃຈ​ໃສ່ ແລະ ສົ່ງ​ເສີມ​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ ແລະ ຍີ່​ປຸ່ນ ໃນ​ທຸກ​ຂົງ​ເຂດ.

ຜູ້​ວ່າ​ການ Osawa Massaki ແຈ້ງ​ໃຫ້​ທ່າ​ນ​ນາງ​ຊາບວ່າ: ຄະ​ນະ​ຜູ້​ແທນ​ການ​ນຳ​ແຂວງ Gunma ໄດ້​ລົງ​ນາມ​ໃນ​ບົດ​ທັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ Gunma ກັບ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ, ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ແຮງ​ງານ. 


ຕອບກັບ

ຂ່າວ/ບົດ​ອື່ນ