ທ່ານນາງປະທານາທິບໍດີສ.ເກົາຫຼີປະຕິບັດງານຢູ່ອາເມລິກາລາຕີງ

ທ່ານນາງປະທານາທິບໍດີສ.ເກົາຫຼີປະຕິບັດງານຢູ່ອາເມລິກາລາຕີງ - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye
(ພາບ: AFP)

(vovworld) – ວັນ​ທີ 16/4, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ໄດ​້​ເດີນ​ທາງ​ອອກ​ຈາກ ເຊີ​ອູນ, ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ທີ່​ແກ່​ຍາວ​ເປັນ​ເວ​ລາ 12 ວັນ​ເຖິງ ໂກ​ລົມ​ເບຍ, ​ເປ​ຣູ, ​ຈີ​ເລ ແລະ ບ​ຣາ​ຊິນ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ Park Geun – hye ເຖິງ ອາ​ເມ​ລິ​ກາ​ໃຕ້​ໃນ​ຖາ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ. ໃນ​ຖະ​ແຫຼງ​ການ​ຈາກ​ຫ້ອງ​ການ​ຄະ​ນະ​ລັດ​ຖະ​ບານ ສ. ເກົາຫຼີ ໃຫ້​ຮູ້​ວ່າ: ກາ​ນ​ຢ້ຽມ​ຢາມ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ ສ. ເກົາຫຼີ ເພີ່ມ​ທະ​ວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຢູ່ ອ​າ​ເມ​ລິ​ກາ​ລາ​ຕີງ, ພ້ອມ​ທັງ​ຢັ້ງ​ຢືນ​ຄວາມ​ຫ່າງ​ໄກ​ກ່ຽວ​ກັບ​​ພູມ​ສາດບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ ສ. ເກົາຫຼີ ກັ​ບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດຢູ່​​ພາກ​ພື້ນນີ້.


ຂ່າວ/ບົດ​ອື່ນ