ທ່ານນາງຮອງປະທານປະເທດດັ້ງທິງອກທິງເຮັດວຽກກັບແຂວງບີງທ້ວນ

ທ່ານນາງຮອງປະທານປະເທດດັ້ງທິງອກທິງເຮັດວຽກກັບແຂວງບີງທ້ວນ - ảnh 1
ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ
ເຮັດວຽກກັບແຂວງ ບີງທ້ວນ
(ພາບ: ຫືວຈີ)

(vovworld) – ຕອນ​ບ່າຍ​ວັນ​ທີ 28/09, ຄະນະ​ປະຕິບັດ​ງານ​ສະພາ​ແຂ່ງຂັນ - ຍ້ອງຍໍ​ສູນ​ກາງ ​ໂດຍ​ທ່ານ​ນາງຮອງປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິງ ນຳ​ໜ້າ ​ເຮັດ​ວຽກ​ກັບ​ແຂວງ ບີງທ້ວນ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ, ການປະຕິບັດ​ບັນດາ​ຂະ​ບວນການ​ແຂ່ງຂັນ, ຍ້ອງຍໍ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຮຽກ​ຮ້ອງ​ແຂວງ ບີ​ງທ້ວນ ຍູ້​ແຮງ​ວຽກ​ງານ​ແຂ່ງຂັນ​ຍ້ອງຍໍ, ​ລົງເຂົ້າ​ສູ່​ຄວາມ​ຈິງ, ມີ​ຄຸນ​ນະພາ​ບກ່ວາ; ສືບ​ຕໍ່​ທະວີຄູນ​ບັນດາ​ແບບຢ່າງ, ຮູບ​ແບບ, ພິ​ເສດ​ແມ່ນ​ໃນ​ບັນດາ​ອົງ​ການຈັດ​ຕັ້ງ; ກວດກາ, ປັບປຸງກົງຈັກ​ແຂ່ງ​ຂັນ​ຍ້ອງຍໍ​ທຸກ​ຂັ້ນ ​ແລະ ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ່​ຮຽກ​ຮ້ອງ​ແຂວງ

ບີ​ງທ້ວນ ກວດກາ​ຄືນ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ ​ເພື່ອ​ແກ້​ໄຂ​ບັນດາ​ລະບອບ, ຍ້ອງຍໍ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ