ທ່ານນາງຮອງປະທານປະເທດຫງວຽນທິຢວານພົບປະກັບເຈົ້າແຂວງໆວຽງຈັນ

ທ່ານນາງຮອງປະທານປະເທດຫງວຽນທິຢວານພົບປະກັບເຈົ້າແຂວງໆວຽງຈັນ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານພົບ​ປະ​ກັບ
ການ​ນຳ​ແຂວງວຽງ​ຈັນ

(vovworld)- ​ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ, ວັນ​ທີ 17/10, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ໄປ​ຢ້ຽມ​ຢາມ ແຂວງວຽງ​ຈັນ. ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ ວິ​ດົງ​ ໄຊ​ຍະ​ສອນ​, ເລ​ຂາ​ພັກ, ເຈົ້າ​ແຂວງໆ​ວຽງ​ຈັນ. ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ຕີ​ລາ​ຄາ​ສູງ ແລະ ຂອບ​ອົກ​ຂອບ​ໃຈ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ແຂວງ ວຽງ​ຈັນ ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ພໍ່​ແມ່​ຊາວ​ຫວຽດ​ນາມ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ທຸ​ລະ​ກິດ​ຢູ່​ລາວ. ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ສະ​ເຫນີ ອົງ​ຄະ​ນະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງ ແຂວງ ວຽງ​ຈັນ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ສຶກ​ສາ​ໃຫ້​ປະ​ຊາ​ຊົນ​ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ແຂວງວຽງ​ຈັນ ກັບ​ບັນ​ດາ​ແຂວງ, ນະ​ຄອນ ຂອງ​ຫວຽດ​ນາມ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ແລະ ໂອ້​ລົມ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ.

ຂ່າວ/ບົດ​ອື່ນ