ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ຢ້ຽມຢາມຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ

(VOVWORLD) -   ເພື່ອປະຕິບັດບັນດາໜ້າທີ່ສຳຄັນໃຫ້ມີປະສິດທິຜົນ ແລະ ລຸລ່ວງໄປດ້ວຍດີນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ສະເໜີໃຫ້ຄະນະກຳມະການສາມັກຄີຊາວຄຼິດ ຫວຽດນາມ
ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ຢ້ຽມຢາມຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກ່າວຄຳເຫັນທີ່ການເຮັດວຽກ

ເນື່ອງໃນໂອກາດກະກຽມຕ້ອນຮັບວັນບຸນຄຼິດສະມາດ ປີ 2018, ຕອນເຊົ້າວັນທີ 20 ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທີ້ງ ໄດ້ໄປຢ້ຽມຢາມ ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ແລະ ຄຸນພໍ່, ຫົວໜ້າຄະນະກຳມະການສາມັກຄີຊາວຄຼິດ ເຈິ່ນຊວນແມ້ງ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ອວຍພອນ ຄຸນພໍ່ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຄຼິດທຸກຖ້ວນໜ້າ ຕ້ອນຮັບວັນບຸນຄຼິດສະມາດ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ຢັ້ງຢືນວ່າ ພໍ່ແມ່ປະຊາຊົນຊາວຄຼິດ ແມ່ນພາກສ່ວນໜຶ່ງ ເຊິ່ງບໍ່ອາດຕັດຂາດອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້.

          ເພື່ອປະຕິບັດບັນດາໜ້າທີ່ສຳຄັນໃຫ້ມີປະສິດທິຜົນ ແລະ ລຸລ່ວງໄປດ້ວຍດີນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ສະເໜີໃຫ້ຄະນະກຳມະການສາມັກຄີຊາວຄຼິດ ຫວຽດນາມ ສືບຕໍ່ເຕົ້າໂຮມ ຊາວຄຼິດໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ແນະນຳ, ລະດົມພໍ່ແມ່ປະຊາຊົນຊາວຄຼິດ ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ພິເສດແມ່ນ ຂະບວນການ “ ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ, ດຳລົງຊີວິດຢູ່ໃນສິນກິນໃນທຳ ” ໂດຍຄະນະກຳມະການປຸກລະດົມ.

ຕອບກັບ

ຂ່າວ/ບົດ​ອື່ນ