ທ່ານ​ນາງ ຫວໍ້ທິແອ່ງຊວັນ ຮອງ​ປະ​ທານ​ປະ​ເທດຫວຽດ​ນາມ ເລີ່ມ​ການ​ຢ້ຽມ​ຢາມ ກ​ຣົວ​ຊີ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນບ່າຍວັນທີ 9 ຕຸລາ, ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດຫວຽດນາມ ແລະ ຄະນະຜູ້ແທນຫວຽດນາມ  ມາຮອດນະຄອນຫຼວງ Zagreb , ເລີ່ມຕົ້ນການຢ້ຽມຢາມ ກຣົວຊີ ຢ່າງເປັນທາງການ. 
ທ່ານ​ນາງ ຫວໍ້ທິແອ່ງຊວັນ ຮອງ​ປະ​ທານ​ປະ​ເທດຫວຽດ​ນາມ ເລີ່ມ​ການ​ຢ້ຽມ​ຢາມ ກ​ຣົວ​ຊີ ຢ່າງ​ເປັນ​ທາງ​ການ - ảnh 1 ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ທີ່ການພົບປະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ແລະ ກຣົວຊີ ແລະ ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ກຣົວຊີ, ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງປະຊາຄົມຊາວ ຫວຽດນາມ ຢູ່ ກຣົວຊີ ໄດ້ສາມັກຄີກັນ, ສ້າງການດຳລົງຊີວິດຢູ່ປະເທດປະຈຳຖີ່ນ, ຮັກສາມູນເຊື້ອ ແລະ ອ່ວາຍເມືອຫາບ້ານເກີດເມືອງນອນ. ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດຫວຽດນາມ ໄດ້ແຈ້ງໃຫ້ຊາບບັນດາຜົນສຳເລັດຂອງຫວຽດນາມໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ 19 ຢ່າງປະສິດທິຜົນ. ປະເທດຊາດໄດ້ປ່ຽນມາສູ່ສະພາບປົກກະຕິໃໝ່, ເປີດປະຕູຢ່າງສົມບູນ, ຟື້ນຟູພັດທະນາເສດຖະກິດ-ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ