ທ່ານນາຍົກລັດຖະມົນຕີກຳປູເຈຍໃຫ້ຄຳໝັ້ນສັນຍາຮັກສາສະຖຽນລະພາບ ດ້ານການເມືອງ

ທ່ານນາຍົກລັດຖະມົນຕີກຳປູເຈຍໃຫ້ຄຳໝັ້ນສັນຍາຮັກສາສະຖຽນລະພາບ ດ້ານການເມືອງ - ảnh 1
ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍຮູນແຊນ
(ພາບອິນເຕີແນດ)

(vovworld) – ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ. ຄຳ​ໝັ້ນ​ສັນຍາ​ນີ້​ໄດ້​ຮັບ​ການ​ຍົກ​ອອກ​ມາ​ໃນ​ວັນ​ທີ 10/2 ​ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິທີ​ຮຽນ​ຈົບ​ ຂອງ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ຄຸ້ມຄອງ​ແຫ່ງ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ​ໄດ້​ເນັ້ນ​ໜັກ​ວ່າ, ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ຝ່າຍ​ຄ້ານ​ປະຕິ​ເສດ​ສະພາ​ແຫ່ງ​ຊາດ ພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ເດືອນ 7/2013. ມາ​ຮອດ​ປະຈຸ​ບັນ, ທັງ​ສະພາ​ຕຳ່, ສະພາ​ສູງ, ລັດຖະບານ, ລະບອບ​ລາຊາທິປະ​ໄຕລ້ວນ​ແຕ່​ເຄື່ອນ​ໄຫວ​ເປັນ​ປົກກະຕິ, ​

ປະຈຸ​ບັນ, ກຳປູ​ເຈຍ​ພວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ການ​ເມືອງ​ທີ່​ກ່ຽວຂ້ອງ​ເຖິງ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ດັ່ງກ່າວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ຢືນຢັນ​ວ່າ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ຈະ​ບໍ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄືນ​ໃໝ່.

 

ຂ່າວ/ບົດ​ອື່ນ