ທ່ານນາຍົກລັດຖະມົນຕີລະດົມກຳລັງໃຈທິມບານເຕະແຫ່ງຊາດຫວຽດນາມພະຍາຍາມຍາດໄຊຊະນະໃນການແຂ່ງຂັນ

(VOVWORLD) -ວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີຈົດໝາຍສົ່ງເຖິງທິມບານເຕະແຫ່ງຊາດຫວຽດນາມ ເພື່ອລະດົມກຳລັງໃຈຄະນະຄູ່ເຝິກ, ຄູ່ເຝິກ Park Hang Seo ແລະ ບັນດານັກເຕະບານຈົ່ງສາມັກຄີ, ຕັດສິນໃຈຍາດໄຊຊະນະໃນການແຂ່ງຂັນນັດສຸດທ້າຍໃນຮອບທຳອິດຂອງ Asian Cup 2019. 

ໃນຈົດໝາຍ ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍ ພະນັກດງານ, ຄູ່ເຝິກ ແລະບັນດານັກເຕະບານຂອງທິມຊາດຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ, ຕັດສິນໃຈຢ່າງສູງໃນການແຂ່ງຂັນສອງນັດຜ່ານມາ ແລະ ປາດຖະຫນາວ່າ ພາຍໃຕ້ການຊີ້ນຳຂອງຄູ່ເຝິກ Park Hang Seo ທິມຊາດຫວຽດນາມ ຈະແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ຍາດໄຊຊະນະໃນນັດສຸດທ້າຍ, ບັນລຸຄາດໝາຍທີ່ໄດ້ວາງອອກ.

 

ຕອບກັບ

ຂ່າວ/ບົດ​ອື່ນ