ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຈະໄປຢ້ຽມຢາມລັດເຊຍຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພາບ:http://vnexpress.net
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງປະທານາທິບໍດີ ລັດເຊຍ Vladimir Putin ແລະ ນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະໄປຢ້ຽມຢາມລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫລີມສະຫລອງ 20 ປີແຫ່ງການພົວພັນຄູ່ເຈລະຈາລັດເຊຍ - ອາຊຽນ ແຕ່ວັນທີ 16-20/5. ການຢ້ຽມຢາມລັດເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນການຢ້ຽມຢາມລັດເຊຍຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມໃນອາຍຸການໃຫມ່. ການຢ້ຽມຢາມປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ, ເຊີດຊູບັນດາຜົນງານປ່ຽນໃຫມ່ ພັດທະນາປະເທດຊາດ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ລັດເຊຍ, ນຳການພົວພັນສອງຝ່າຍພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ.
ໃນຂອບເຂດການຢ້ຽມຢາມ, ສອງຝ່າຍຈະສຳຫລວດກວດຄືນການປະຕິບັດຊຸກຍູ້ຜັນຂະຫຍາຍບັນດາໂຄງການໃຫຍ່ລະຫວ່າງສອງປະເທດໃນບັນດາຂົງເຂດກໍຄືແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.