ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງກວດກາຄວາມຄືບຫນ້າການຕໍ່ກຳປັ່ນລູກສອນໄຟ12418

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງກວດກາຄວາມຄືບຫນ້າການຕໍ່ກຳປັ່ນລູກສອນໄຟ12418 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງກວດ​ກາ​ການ​ຕໍ່​ກຳ​ປັ່ນ​ລູກ​ສອນ​ໄຟ
ພາບ:chinhphu.vn


(vovworld)-​​ຕອນ​ບ່າຍ​ວັນ​ທີ 6/12 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ບໍ​ລິ​ສັດ​ໃຫຍ່ ບາ​ຊອນ ແລະ ກວດ​ກາ​ຄວາມ​ຄືບ​ຫນ້າ​ການ​ຕໍ່​ກຳ​ປັ່ນ​ໃຫມ່​ບັນ​ດາ​ກຳ​ປັ່ນ​ລູກ​ສອນ​ໄຟ 12418 ໃຫ້​ແກ່​ເຫລົ່າ​ທັບ​ເຮືອ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ, ຕີ​ລາ​ຄາ​ສູງ ເລື່ອງ​ພະ​ນັກ​ງານ, ນັກ​ຮົບ, ກຳ​ມະ​ກອນ​ບໍ​ລິ​ສັດ​ໃຫຍ່ ບາ​ຊອນ ໄດ້​ຕໍ່​ສຳ​ເລັດ​ກຳ​ປັ່ນ​ລູກ​ສອນ​ໄຟ 12418, ບໍ່​ພຽງ​ແຕ່​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ປົກ​ປັກ​ຮັກ​ສາ​ເຂດ​ທະ​ເລ, ເຂດ​ນ່ານ​ຟ້າ​ຂອງ​ປະ​ເທດ​ຊາດ ເທົ່າ​ນັ້ນ ຫາກ​ເປັນ​ເຈົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ເຕັກ​ນິກ​ການ​ທະ​ຫານ​ທ​ີ່​ກ້າວ​ຫນ້າ​ເທື່ອ​ລະ​ກ້າວ​ອີກ​ດ້ວຍ.  ນີ້​ແມ່ນ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ຂອງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ໃນ​ການ​ຕໍ່​ກຳ​ປັ່ນ​ຮົບ, ກຳ​ປັ່ນ​ລູກ​ສອນ​ໄຟທີ່​ທັນ​ສະ​ໄຫມດ້ວຍ​ຕົນ​ເອງ.


ຂ່າວ/ບົດ​ອື່ນ