ທ່ານ Eni Faleomavaega
(ພາບ:apaics.org)
(vovworld) - ຕອນບ່າຍຂອງວັນທີ 19/12, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ໃຫ້ການຕ້ອນຮັບສະມາຊິກສະພາຕ່ຳອາເມລິກາ Eni Faleomavaega ສະມາຊິກຂອງກຳມາທິການການພົວພັນກັບຕ່າງປະເທດ ສະພາຕ່ຳອາເມລິກາ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບອາເມລິກາ ບົນພື້ນຖານເຄົາລົບນັບຖືຄວາມເປັນເອກະລາດ, ອະທິປະໄຕຂອງກັນ. ສ່ວນທ່ານສະມາຊິກສະພາຕ່ຳອາເມລິກາ Eni Faleomavaega ຢືນຢັນຈະສຶບຕໍ່ຂົນຂວາຍສະພາແຫ່ງຊາດອາເມລິກາ ເພີ່ມງົບປະມານໃຫ້ແກ່ການລ້າງພິດ ແລະ ໜູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊິນ. ທ່ານເນັ້ນໜັກວ່າຈະສະໜັບສະໜູນການແກ້ໄຂບັນຫາພິພາດໂດຍສັນຕິບົນພື້ນຖານກົດໝາຍສາກົນ. ທ່ານຮັບຮູ້ບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນການຮັບປະກັນ ແລະ ເສີມຂະຫຍາຍສິດທິມະນຸດ, ສິດເສລີພາບໃນການເຫຼື້ອມໃສ ແລະ ສາສະໜາ.