ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມທົ່ວປະເທດຍູ້ໄວຄວາມຄືບໜ້າການວາງແຜນກຳນົດແລະກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດ

(VOVWORLD) -ທ່ານນາຍົກລັດຖະມົນຕີໄດ້ເປັນປະທານກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວນການວາງແຜນກຳນົດ ເປັນການສະແດງໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງວຽກງານວາງແຜນກຳນົດ, ໂດຍສະເພາະແມ່ນການວາງແຜນກຳນົດສັງລວມແຫ່ງຊາດ.
ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມທົ່ວປະເທດຍູ້ໄວຄວາມຄືບໜ້າການວາງແຜນກຳນົດແລະກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ
(ພາບ: VGP)

ຕອນເຊົ້າວັນທີ 02 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດຂອງຄະນະປະຈຳລັດຖະບານ ກັບບັນດາກະຊວງ, ຂະແໜງການ ແລະ  63 ແຂວງ, ນະຄອນ ກ່ຽວກັບການຍູ້ໄວຄວາມຄືບໜ້າການວາງແຜນກຳນົດ ແລະ ໃຫ້ຄຳປຶກສາກ່ຽວກັບການກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050. ນີ້ແມ່ນຄັ້ງທີ 2 ໃນຮອບເວລາເກືອບ 1 ປີຜ່ານມາ, ທ່ານນາຍົກລັດຖະມົນຕີໄດ້ເປັນປະທານກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວນການວາງແຜນກຳນົດ ເປັນການສະແດງໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງວຽກງານວາງແຜນກຳນົດ, ໂດຍສະເພາະແມ່ນການວາງແຜນກຳນົດສັງລວມແຫ່ງຊາດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ວຽກງານວາງແຜນກຳນົດຕ້ອງກ້າວເດີນກ່ອນບາດກ້າວໜຶ່ງ, ຕິດແທດກັບສະພາບຕົວຈິງ, ສາມາດເປັນໄປໄດ້, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາເຂດ, ຂົງເຂດທີ່ຕ້ອງການວາງແຜນກຳນົດໄດ້ຢ່າງສຸດຂີດ ກໍຄືທ່າແຮງແກ່ງແຍ້ງຂອງແຕ່ລະຂະແໜງ, ທ້ອງຖິ່ນ. ທ່ານກ່າວວ່າ:

        “ເມື່ອປະຕິບັດວຽກງານການວາງແຜນກຳນົດນັ້ນ  ຕ້ອງພະຍາຍາມຄົ້ນຫາ ແລະ ຊີ້ອອກໃຫ້ເຫັນກຳລັງບົ່ມຊ້ອນທີ່ແຕກຕ່າງ, ກາລະໂອກາດທີ່ພົ້ນເດັ່ນ, ທ່າແຮງແກ້ງແຍ້ງເພື່ອເສີມຂະຫຍາຍໃຫ້ໄດ້ຢ່າງສຸດຂີດ. ພ້ອມດຽວກັນນັ້ນ, ຊີ້ໃຫ້ເຫັນຂໍ້ຈຳກັດ, ຈຸດອ່ອນດ້ອຍ, ຂໍ້ຂັດແຍ້ງ, ສິ່ງທ້າທາຍເພື່ອມີມາດຕະການທີ່ເໝາະສົມ. ການວາງແຜນກຳນົດຕ້ອງມີຈິນຕະນາການບຸກທະລຸມີ, ວິໄສທັດຍຸດທະສາດ ແລະ ຕ້ອງໃກ້ຊິດຕິດແທດກັບສະພາບການຜັນແປຕົວຈິງ”.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ຢາກພັດທະນາໄດ້ເປັນຢ່າງດີນັ້ນ ຕ້ອງມີແຜນກຳນົດທີ່ດີ, ເພາະວ່າ ແຜນກຳນົດທີ່ດີນັ້ນ ຈຶ່ງມີໂຄງການ, ລາຍການທີ່ດີ, ມີລາຍການທີ່ດີຈຶ່ງມີນັກລົງທຶນທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ