ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ພື້ນຖານການບໍລິຫານຮັບໃຊ້ປະຊາຊົນ ຕ້ອງໄດ້ຮັບການຊາບຊຶມໃນທຸກອົງການສໍານັກງານ

(VOVWORLD) -ບັນດາຜົນງານແຫ່ງການປະຕິຮູບການບໍລິຫານ ໄດ້ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ພົົ້ນເດັ່ນແມ່ນສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດ, ການເຕີບໂຕເສດຖະກິດ, ອັນໄດ້ຊ່ວຍປະກອບສ່ວນຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ວິສາຫະກິດທີ່ມີຕໍ່ ພັກ, ລັດ

ຕອນບ່າຍວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນໍາການປະຕິຮູບດ້ານບໍລິຫານຂອງລັດຖະບານ, ຜັນຂະຫຍາຍໜ້າທີ່ 2019. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ, ຫົວໜ້າຄະນະຊີ້ນໍາການປະຕິຮູບການບໍລິຫານຂອງລັດຖະບານ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ພື້ນຖານການບໍລິຫານຮັບໃຊ້ປະຊາຊົນ ຕ້ອງໄດ້ຮັບການຊາບຊຶມໃນທຸກອົງການສໍານັກງານ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນໍາການປະຕິຮູບດ້ານບໍລິຫານຂອງລັດຖະບານ (ພາບ: TTXVN) 

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາຜົນງານແຫ່ງການປະຕິຮູບການບໍລິຫານ ໄດ້ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ພົົ້ນເດັ່ນແມ່ນສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດ, ການເຕີບໂຕເສດຖະກິດ, ອັນໄດ້ຊ່ວຍປະກອບສ່ວນຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ວິສາຫະກິດທີ່ມີຕໍ່ ພັກ, ລັດ, ກົງຈັກລັດ. ຄະນະຊີ້ນໍາການປະຕິຮູບດ້ານບໍລິຫານຂອງລັດຖະບານ ໄດ້ຊີ້ນໍາບັນດາມາດຕະການແກ້ໄຂ ແລະ ບັນລຸໝາກຜົນຕັ້ງໜ້າ, ສ້າງການຫັນປ່ຽນໃນການເຄື່ອນໄຫວຂອງກົງຈັກບໍລິຫານລັດຕາມທິດສ້າງສັນ ແລະ ຮັບໃຊ້ປະຊາຊົນ.

        ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ສຸມໃສ່ສ້າງລະບອບລະບຽບການກົດໝາຍໃຫ້ສົມບູນແບບ, ປັບປຸງບັນດາເອກະສານທີ່ຫຼ້າຫຼັງ, ຜິດພາດ, ພ້ອມທັງຍົກສູງຄຸນນະພາບ, ປະສິດທິຜົນໃນການປະຕິບັດກົດໝາຍຕາມທິດລະບຽບການເສດຖະກິດການຕະຫຼາດກໍານົດທິດສັງຄົມນິຍົມ; ບັນຫາລັດຖະກອນ, ພາລະກອນ, ກົງຈັກລັດ ... ທີ່ມີສ່ວນກ່ຽວຂ້ອງເຖິງປະຊາຊົນ ແລະ ວິສາຫະກິດ ຕ້ອງໃຫ້ລະອຽດ ແລະ ຈະແຈ້ງກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ