ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ສູ້ຊົນສ້າງພື້ນຖານ “ພ້ອມກັນດຳເນີນເສດຖະກິດໄລຍະສັນຕິພາບ”

(VOVWORLD) - ຕອນຄ່ຳວັນທີ 19 ກໍລະກົດ, ຢູ່ເບັ໋ນແຈ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວັນບຸນ “ເບັ໋ນແຈ - ພ້ອມກັນ starup” ປີ 2017 ດ້ວຍຫົວຂໍ້ “starup - ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຢູ່ເຂດດິນແດນຂອງໝາກພ້າວ”. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ສູ້ຊົນສ້າງພື້ນຖານ “ພ້ອມກັນດຳເນີນເສດຖະກິດໄລຍະສັນຕິພາບ” - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍ, ພັດທະນາວິສາຫະກິດ, ຖືນີ້ແມ່ນທິດກ້າວເດີນກະໂດດຂັ້ນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ໄວໜຸ່ມ ເບັ໋ນແຈ ພະຍາຍາມບືນຕົວຂຶ້ນຜ່ານຜ່າສິ່ງທ້າທາຍ, ມະນາພະຍາຍາມສູ້ຊົນຮ່ຳຮຽນ, ຊອກຮູ້, ເພື່ອ starup:

        “ດ້ວຍຖານະເປັນນາຍົກລັດຖະມົນຕີ, ຂ້າພະເຈົ້າຢາກ ເວົ້າກັບພວກເພື່ອນວ່າ: ພັກ, ລັດ ເອົາໃຈໃສ່ເຖິງລຸ້ນໜຸ່ມທີ່ສຸດ ແລະ ປາດຖະໜາຢາກຮ່ວມເດີນທາງພ້ອມກັບພວກເພື່ອນ. ພວກເພື່ອນບໍ່ພຽງແຕ່ແມ່ນຄວາມສາມາດບົ່ມຊ້ອນຂອງອະນາຄົດ, ແມ່ນແຫຼ່ງກຳລັງ ແລະ ແຫຼ່ງຊັບພະຍາກອນມະນຸດໃນປະຈຸບັນເທົ່ານັ້ນ, ຫາກຍັງແມ່ນເຈົ້າຂອງຂອງປະເທດຊາດ. ລັດຖະບານຈະສ້າງທຸກເງື່ອນໄຂເພື່ອມີສະພາບແວດລ້ອມດຳເນີນທຸລະກິດ, starup ສະດວກທີ່ສຸດໃຫ້ພວກເພື່ອນ. ແຕ່ starup, ບັນລຸຜົນສຳເລັດຫຼືບໍ່ແມ່ນອີງໃສ່ພວກເພື່ອນ.”

ຕອບກັບ

ຂ່າວ/ບົດ​ອື່ນ