ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອະນຸມັດແຜນຮ່າງການຈັດກອງປະຊຸມໃຫຍ່ ຜູ້ແທນ ບັນດາຊົນເຜົ່າສ່ວນໜ້ອຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫາກໍ່ເຊັນອະນຸມັດແຜນຮ່າງຈັດກອງປະຊຸມໃຫຍ່ ຜູ້ແທນບັນດາຊົນເຜົ່າສ່ວນໜ້ອຍ ຂັ້ນເມືອງ, ຂັ້ນແຂວງ ຄັ້ງທີ 3 ປີ 2019 ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາຊົນເຜົ່າສ່ວນໜ້ອຍ ຂອງຫວຽດນາມ ຄັ້ງທີ 2 ປີ 2020.

ຈຸດປະສົງຂອງກອງປະຊຸມໃຫຍ່ແມ່ນແນໃສ່ສືບຕໍ່ຢັ້ງຢືນ ແລະ ຮັບຮອງເອົາຄຸນງາມຄວາມດີ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາຊົນເຜົ່າສ່ວນໜ້ອຍ ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ພັດທະນາພື້ນຖານໂຄງລ່າງ, ປະຕິບັດນະໂຍບາຍຊົນເຜົ່າ, ສ້າງສາ, ປົກປັກຮັກສາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ກອງປະຊຸມໃຫຍ່ກໍ່ແມ່ນໂອກາດເຊີດຊູ ແລະ ຍ້ອງຍໍສັນລະເສີນ ບັນດາໝູ່ຄະນະ, ບຸກຄົນດີເດັ່ນໃນບັນດາຊົນເຜົ່າສ່ວນໜ້ອຍ ຫວຽດນາມ ໃນຍຸກແຫ່ງການເຊື່ອມໂຍງ ແລະ ພັດທະນາປະເທດຊາດ ໄລຍະ 2009-2019; ຕີລາຄາຜົນງານ, ໝາກຜົນການປະຕິບັດວຽກງານຊົນເຜົ່າ ໄລຍະ 2009-2019; ຈາກນັ້ນຖອດຖອນບົດຮຽນ, ສືບຕໍ່ສ້າງໃຫ້ສຳເລັດນະໂຍບາຍຊົນເຜົ່າ ໄລຍະ 2021-2025 ແລະ ກຳນົດທິດທາງຮອດປີ 2030. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຕ້ອງດີເດັ່ນ, ຕາງໜ້າໃຫ້ແກ່ 53 ຊົນເຜົ່າສ່ວນໜ້ອຍຂື້ນກັບທຸກພາກສ່ວນ, ເຂດພາກ, ຂົງເຂດຂອງການດຳລົງຊີວິດສັງຄົມ, ໄດ້ຮັບການຄັດເລືອກ, ເຊີດຊູ ຈາກກອງປະຊຸມໃຫຍ່ທຸກຂັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ