ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳກະຊວງປ້ອງກັນປະເທດ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳກະຊວງປ້ອງກັນປະເທດ
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 21/6, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳກະຊວງປ້ອງກັນປະເທດ ກ່ຽວກັບສະພາບການ ແລະ ໝາກຜົນແຫ່ງການປະຕິບັດຫນ້າທີ່ປ້ອງກັນຊາດ ໃນ 9 ເດືອນຕົ້ນປີ 2016 ແລະ ຫນ້າທີ່ຂອງຊຸມເດືອນທີ່ຍັງເຫລືອຂອງປີ 2016. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ໃນໄລຍະຜ່ານມາ, ຫນ້າທີ່ເສດຖະກິດ ການປ້ອງກັນຊາດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດຈາກສູນກາງລົງຮອດທ້ອງຖິ່ນ, ແມ່ນບ່ອນອີງເພື່ອພັດທະນາເສດຖະກິດສັງຄົມຢູ່ບັນດາທ້ອງຖິ່ນ, ວຽກງານຮັກສາ, ກໍ່ສ້າງເສັ້ນຊາຍແດນມິດຕະພາບ, ສັນຕິພາບໄດ້ຮັບການຜັນຂະຫຍາຍເປັນຢ່າງດີ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງຫວຽດນາມກັບບັນດາປະເທດມີເສັ້ນຊາຍແດນຮ່ວມ. ທ່ານນາຍົກລັດຖະມົນຕີສະເຫນີ ກະຊວງປ້ອງກັນປະເທດ ຕ້ອງມີຄວາມສຳຜັດໄວ, ເປັນເສນາທິການຢ່າງທັນການ, ສະເຫນີຕໍ່ພັກ, ລັດ ບັນດາລັດຖະນະໂຍບາຍໃນການປະຕິບັດຫນ້າທີ່ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ. ພ້ອມກັນນັ້ນ ຍົກສູງກຳລັງຕໍ່ສູ້, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ເປັນເຈົ້າພາຫະນະອຸອາວຸດຍຸດທະພັນ ແລະ ຖືວ່າ ນີ້ແມ່ນຫນ້າທີ່ຫລັກແຫລ່ງ.