ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງເບົາຄວາມເສົ້າສະລົດໃຈກັບບັນດາຄອບຄົວມີຜູ້ຮັບເຄາະຮ້າຍຢູ່ອັງກິດ

(VOVWORLD) -ພາຍຫຼັງສະຖານທູດຫວຽດນາມປະຈຳອັງກິດ ແລະ ກະຊວງການຕ່າງປະເທດຫວຽດນາມ ໄດ້ລາຍງານກ່ຽວກັບເລື່ອງຕຳຫຼວດເຂດ ແອດເຊັກ ປະກາດມີຜູ້ຮັບເຄາະຮ້າຍ ຊາວຫວຽດນາມ, ແຕ່ຍັງບໍ່ທັນຢັ້ງຢືນຊື່ລະອຽດໃນເຫດມີຜູ້ເສຍຊີວິດ 39 ຄົນໃນລົດຕູ້ ຢູ່ອັງກິດ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງເບົາຄວາມເສົ້າສະລົດໃຈກັບບັນດາຄອບຄົວມີຜູ້ຮັບເຄາະຮ້າຍຢູ່ອັງກິດ - ảnh 1 ເຫດມີຜູ້ເສຍຊີວິດ 39 ຄົນໃນລົດຕູ້ ຢູ່ອັງກິດ

ຈາກບາງກອກ ປະເທດໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະລົດໃຈມາຍັງບັນດາຄອບຄົວມີຜູ້ຮັບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດຈົ່ງແຕ່ງຕັ້ງບັນດາຄະນະປະຕິບັດງານ ໂດຍການນຳບັນດາກະຊວງເປັນຫົວໜ້າຄະນະ ໄປອັງກິດເພື່ອເຮັດວຽກກັບບັນດາເຈົ້າໜ້າທີ່ອັງກິດເພື່ອແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງສະເໜີອຳນາດການປົກຄອງທ້ອງຖິ່ນ ຕ່າງໆ ທີ່ມີຜູ້ຮັບເຄາະຮ້າຍ ຈົ່ງປະຕິບັດບັນດາມາດຕະການທີ່ສອດຄ່ອງ ແລະ ເອົາໃຈໃສ່ແບ່ງປັນ, ລະດົມໃຈແກ່ເຂົາເຈົ້າ ເພ່ືອຜ່ານຜ່າຄວາມເຈັບປວດ, ຄວາມສູນເສຍນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ