ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ຕ້ອນຮັບອະດີດນາຍຍົກລັດຖະມົນຕີຍີ່ປຸ່ນ
( ພາບ: chinhphu.vn )
|
( vovworld ) - ຕອນບ່າຍວັນທີ 20/3, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານ Yukio Hatoyama ປະຈຸບັນແມ່ນປະທານພັນທະມິດສະມາຊິກສະພາແຫ່ງຊາດຍີ່ປຸ່ນ - ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເນັ້ນໜັກວ່າ ຫວຽດນາມ ປາດຖະໜາພ້ອມກັບຍີ່ປຸ່ນ ສືບຕໍ່ມານະພະຍາຍາມກວ່າອີກເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ ແລະ ໝັ້ນຄົງ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສະພາແຫ່ງຊາດຍີ່ປຸ່ນ ສະໜັບສະໜູນການເຄື່ອນໄຫວອຸປະຖຳທຶນ ODA ໃຫ້ແກ່ຫວຽດນາມ, ໂດຍສະເພາະແມ່ນທຶນ ODA ໃຫ້ແກ່ການລົງທຶນພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີກໍປາດຖະໜາວ່າ ສະພາແຫ່ງຊາດຍີ່ປຸ່ນ ສະໜັບສະໜູນບັນດາວິສາຫະກິດຂອງຍີ່ປຸນ ມາລົງທຶນຢູ່ຫວຽດນາມຕາມຮູບແບບ PPP, ຊຸກຍູ້ການຮ່ວມມືດ້ານສຶກສາບຳລຸງສ້າງ, ວັດທະນາທຳ, ປ້ອງກັນຊາດປ້ອງກັນຄວາມສະຫງົບ…
ທ່ານອະດີດນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ຖືວ່າ, ນອກຈາກການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນແລ້ວ ສອງຝ່າຍຄວນຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົມຊ້ອນໃຫຍ່ຫຼວງຄື; ພະລັງງານ, ການຄຸດຄົ້ນດິນທີ່ຫາຍາກ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.