ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ມອບຫນ້າທີ່ໃຫ້ແກ່ຂະແຫນງສາທາລະນະສຸກ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ມອບຫນ້າທີ່ໃຫ້ແກ່ຂະແຫນງສາທາລະນະສຸກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ
ພາບ:internet


(vovworld)-  ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຫາ​ກໍ່​ມີ​ບົດ​ສະຫລຸບ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າ​ຍອິ​ນ​ເຕີ​ແນ​ດສະຫລຸບ​ວຽກ​ງານ​ສາທາລະນະ​ສຸກ​ປີ 2012 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2013, ​ໃນ​ນັ້ນ ສະ​ເຫ​ນີ​ໃຫ້​ຂະ​ແຫນງ​ສາທາລະນະ​ສຸກ ຕ້ອງ​ຊາບ​ຊືມບັນດາ​ຄາດໝາຍ​ທີ່​ວາງ​ອອກ​ໃນ​ການ​ກໍ່ສ້າງ​ຂະ​ແຫນງ​ສາທາລະນະ​ສຸກ​ມຸ່ງ​ໄປ​ເຖິງ​ຄວາມ​ຍຸຕິ​ທຳ, ປະສິດທິ​ຜົນ, ການ​ພັດທະນາ. ທ່ານ​ນາຍົກລັດຖະມົນຕີ ​ໃສ່​​ໃຈ​ວ່າ: ຂະ​ແຫນງ​ສາທາລະນະ​ສຸກ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ຫນ້າ​ທີ່​ຈຸດ​ສຸມ​ຈຳນວນ​ຫນຶ່ງ​ຄື: ​ເພີ່ມ​ທະວີ​ຜົນ​ສັກສິດ, ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ, ສືບ​ຕໍ່ສ້າງກົດໝາຍ​ໃຫ້​ສົມ​ບູນ​ແບບ, ຈັດ​ຕັ້ງການປະຕິບັດ​ນິຕິ​ກຳ, ນະ​ໂຍບາຍ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ຍຸດ​ທະ​ສາດວາງ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ໃນ​ບັນດາ​ຂົງ​ເຂດ​ຂອງ​ຂະ​ແຫນງ​ສາທາລະນະ​ສຸກ, ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການກວດ​ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ, ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜນ​ຮ່າງ​ຫລຸດຜ່ອນ​ຈຳນວນ​ຄົນ​ເຈັບ​ເຂົ້າ​ໂຮງໝໍ​​ເກີນ​ຂອບ​ເຂດ ​ໄລຍະ 2013 - 2020 ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍົກ​ສູງຄຸນ​ນະພາ​ບບໍລິການ​ສາທາລະນະ​ສຸກ.

ຂ່າວ/ບົດ​ອື່ນ