(vovworld) – ວັນທີ 11/7, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ່ນຢຸງ ໄດ້ເຮັດວຽກຢູ່ແຂວງອານຢາງ ກ່ຽວກັບປະສິດທິຜົນຂອງການເກັບຊື້ເຂົ້າສານ ແລະ ປາຈາໃຫ້ແກ່ຊາວກະສີກອນເຂດທົ່ງພຽງແມ່ນ້ຳຂອງ. ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ່ນຢຸງ ຮຽກຮ້ອງໃຫ້ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ພ້ອມກັບທ້ອງຖີ່ນຕ່າງໆຄວນມີບັນດາມາດຕະການໃນຕໍ່ໜ້າ ແລະ ຍາວນານ ເພື່ອແນໃສ່ຮັບປະກັນຜະລິດ, ເກັບຊື້, ປູງແຕ່ງ, ສົ່ງອອກຢ່າງໝັ້ນຄົງ ແລະ ສ້າງປະສິດທິຜົນທາງດ້ານເສດຖະກິດໃນການຜະລິດເຂົ້າສານ ແລະ ລ້ຽງປູກ, ປູງແຕ່ງປາຈາ, ຍົກສູງລາຍຮັບໃຫ້ແກ່ຊາວກະສີກອນ