ທ່ານນາຍົກລັດຖະມົນຕີ ຫງຽວນເຕີນຢູງເຮັດວຽກກັບການນຳແຂວງບີ່ງດີ້ງ
ພາບ: cpv.org.vn
ໃນວັນທີ 31/1 ແລະ 1/2, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບີ່ງດີ້ງ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນເຕີຢູ໋ງ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງ ຂອງແຂວງ ກ່ຽວກັບສະພາບການຜັນຂະຫຍາຍຫນ້າທີ່ພັດທະນາເສດຖະກິດ ສັງຄົມ ປີ 2012. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ຖືວ່າ: ແຂວງ ບີ່ງດີ້ງ ຄວນເສີມຂະຫຍາຍກຳລັງແຮງພາຍໃນຫລາຍກວ່າອີກເພື່ອບືນຕົວຂຶ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ສະເຫນີແຂວງ ບີ່ງດີ້ງ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທີ່ມີຕໍ່ການຜະລິດກະສິກຳ ແລະ ສິນໃນນ້ຳ ພ້ອມທັງຫນູນຊ່ວຍວິສາຫະກິດຍູ້ແຮງການຜະລິດດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ເນັ້ນຫນັກວ່າ:
“ບັນດາແຂວງຕອນໃຕ້ພາກກາງ ມີຫລາຍຈຸດຄ້າຍຄືກັນ ແຕ່ແຕ່ລະແຂວງພັດມີທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນແຕກຕ່າງກັນ. ບີ່ງດີ້ງ ມີທ່າແຮງກ່ຽວກັບທ່າກຳປັ່ນ ຊື່ນຢືນອັນດັບ 3 ໃນທົ່ວປະເທດ. ສະນັ້ນ ຄວນຄິດໄລ່ຊັ່ງຊາເພື່ອພັດທະນາ, ດຶງດູດການລົງທຶນ ແລະ ຂະຫຍາຍການບໍລິການ. ນັບທັງສູນກາງ ແລະ ທ້ອງຖິ່ນຕ້ອງຄິດໄລ່ຊັ່ງຊາເພື່ອພັດທະນາທ່າກຳປັ່ນ ບີ່ງດີ້ງ ໃຫ້ກາຍເປັນທ່າກຳປັ່ນຂອງພາກພື້ນ.”
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ສະເຫນີໃຫ້ແຂວງ ບີ່ງດີ້ງ ຕ້ອງເຮັດວຽກກັບບັນດາກະຊວງ, ຂະແຫນງການທີ່ມີຫນ້າທີ່ຮັບຜິດຊອບຢ່າງລະອຽດ ເພື່ອຂຶ້ນແຜນງົບປະມານລົງທຶນ, ໃນນັ້ນ ໃຫ້ບຸລິມະສິດທາງດ້ານເງິນທຶນສຸມໃສ່ລົງທຶນພັດທະນາທ່າກຳປັ່ນ ຕິດພັນກັບຮູບການບໍລິການ, ພ້ອມທັງໃຫ້ບຸລິມະສິດລົງທຶນພັດທະນາສະຫນາມບິນ ຟູກາດ ເພື່ອເສີມຂະຫຍາຍທ່າໄດ້ປຽບຂອງສະຫນາມບິນແຫ່ງນີ້, ສ້າງກຳລັງຫນູນເພື່ອພັດທະນາບັນດາຮູບການບໍລິການ, ການທ່ອງທ່ຽວ ແລະ ການລົງທຶນ. ທ່ານນາຍົກລັດຖະມົນຕີ ຍັງເນັ້ນຫນັກວ່າ: ແຂວງ ບີ່ງດີ້ງຕ້ອງມີກົນໄກ, ນະໂຍບາຍສົ່ງເສີມ ພ້ອມກັບລະບຽບການບໍລິຫານຢ່າງສະດວກທີ່ສຸດ ເພື່ອດຶງດູດບັນດາພາກສ່ວນເສດຖະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມການລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດສັງຄົມ./.