ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ ແຂວງເຫົ້າຢາງ

(VOVWORLD) - ຕອນຄ່ຳວັນທີ 27 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງ ແຂວງເຫົ້າຢາງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ ແຂວງເຫົ້າຢາງ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ ແຂວງເຫົ້າຢາງ

ເຊິ່ງແມ່ນໜຶ່ງໃນບັນດາສູນເຂົ້າສານຂອງພາກຕາເວັນຕົກສ່ຽງໃຕ້ ແຕ່ກໍ່ແມ່ນ 1 ໃນ 4 ແຂວງທີ່ມີຄວາມຫຍຸ້ງຍາກທີ່ສຸດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງບັນດາປັດໃຈສະດວກ ແລະ ຄວາມຫຍຸ້ງຍາກ ຂອງແຂວງໃນວິວັດການພັດທະນາ ແລະ ບາງວິທີການແກ້ໄຂໃນໄລຍະຈະມາເຖິງ.

“ເຫົ້າຢາງ ສູ້ຊົນເປັນແຂວງປ່ຽນໃໝ່ຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນເພື່ອການພັດທະນາວັດຖະນະຖາວອນ, ອີງໃສ່ທ່າແຮງຄວາມສາມາດບົ່ມຊ້ອນປຽບໃສ່ທ້ອງຖິ່ນ. ໃນນັ້ນ, ສຸມໃສ່ພັດທະນາພື້ນຖານກະສິກຳຫຼາຍບົດບາດໜ້າທີ່ໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນຈາກພື້ນຖານກະສິກຳເຄມີໄປສູ່ກະສິກຳອົງຄະທາດ; ກະສິກຳ ສະຫຼາດ. ພັດທະນາການບໍລິການ ແລະ ບັນດາຂະແໜງອຸດສາຫະກຳປຸງແຕ່ງ, ອຸດສາຫະກຳສຳຮອງຮັບໃຊ້ກະສິກຳ. ພິເສດ, ເຫົ້າຢາງ ຄວນທະວີຄູນບັນດາຮູບແບບສະຫະກອນແບບໃໝ່, ເຜີຍແຜ່ໃນບັນດາຄອບຄົວປະຊາຊົນ. ບັນດາຫົວໜ່ວຍການຜະລິດກະສິກຳໄດ້ມາດຕະຖານກ່ຽວກັບຜະລິດຕະພັນກະເສດທີ່ປອດສານພິດ ແລະ ປອດໄພ”.

ຕາມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລ້ວ, ເຫົ້າຢາງ ຄວນເປັນເຈົ້າການຊອກຫາທ່າປຽບທຽບເພື່ອມີທິດທາງເດີນໃຫ້ສອດຄ່ອງຄື: ການພັດທະນາກະສິກຳເຕັກໂນໂລຊີສູງອີງໃສ່ເນື້ອທີ່ປູກເຂົ້າກວ້າງໃຫຍ່; ປະຕິບັດການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ແລະ ຍູ້ແຮງການສ້າງຊົນນະບົດໃໝ່ຕາມທິດເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນຢ່າງຄົບຊຸດ; ໝູນໃຊ້ຜົນງານດ້ານວິທະຍາສາດອຸດສາຫະກຳເຂົ້າໃນການຜະລິດໃຫ້ຫຼາຍກວ່າ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນສີມືແຮງງານຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ