ທ່ານບານກີມູນ ກ່າວ​ເຕືອນ​ຜົນ​ຮ້າຍ ​ຈາກ​ສະພາບ​ເຄັ່ງ​ຕຶງ​ໃນ​ເຂດ​ຊາຍ​ແດ​ນຊີຣີ-ຕວກກີ

ທ່ານບານກີມູນ ກ່າວ​ເຕືອນ​ຜົນ​ຮ້າຍ ​ຈາກ​ສະພາບ​ເຄັ່ງ​ຕຶງ​ໃນ​ເຂດ​ຊາຍ​ແດ​ນຊີຣີ-ຕວກກີ - ảnh 1

ທ່ານ​ບານ​ກີ​ມູນ ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ​ປະຊາທິປະ​ໄຕ​ໂລກ

(ພາບ:dantri.com.vn)

(TTX)- ວັນ​ທີ 8/10, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ກ່າວ​ເຕືອນກ່ຽວ​ກັບ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ອັນຕະລາຍ​ອາດ​ຈະ​ເກີດ​ຂຶ້ນ​ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ຄວາມ​ເຄັ່ງ​ຕຶງພວມ​ປີນ​ຂັ້ນ​ໄດ​ຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ​ລະຫວ່າງ​ຊີຣີ-ຕວກກີ ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ຖື​ວ່າ: ລີ​ບັງ ພວມ​ຖືກຮັບຜົນ​ສະທ້ອນ​ບໍ່​ໜ້ອຍ​ຈາກ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ໃນ​ເວລາ 19 ​ເດືອນ​ຜ່ານ​ມາ​ຢູ່​ຊີຣີ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ​ປະຊາທິປະ​ໄຕ​ໂລກ​ເຊິ່ງ​ຈັດ​ຂຶ້ນ​ຢູ່​ນະຄອນ Strasbourg ປະ​ເທດ​ຝະລັ່ງ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ “ຄວາມ​ວິຕົກ​ກັງວົນອັນ​ເລິກ​ເຊີ່​ງ“ ຕໍ່​ເລື່ອງ​ບັນດາ​ອິດ​ທິກຳລັງ​ພາຍ​ນອກ​ສືບ​ຕໍ່​ສະໜອງ​ອາວຸດ​ໃຫ້​ທັງ​ກຳລັງ​ລັດຖະບານ ​ແລະ ຝ່າຍ​ຄ້ານ​ຢູ່​ຊີຣີ ພ້ອມ​ທັງ​ຖື​ວ່າ: ວິ​ກິດ​ການ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ພວມ​ນາບ​ຂູ່​ຄວາມ​ມີ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ຕາມ​ທ່ານ​ແລ້ວ, “ມາດ​ຕະການ​ດ້ານ​ການ​ເມືອງແມ່ນ​ຊ່ອງທາງ​​ໜຶ່ງ​ດຽວ​​ເພື່ອ​ແກ້​ໄຂ​ສະພາບວິ​ກິດ​ການ​ໃນ​ປະຈຸ​ບັນ“. ​ໃນ​ຂະນະ​ນັ້ນ, ​ສະພາບການ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ຊີຣີ-ລີ​ບັງ ກໍ່​ມີ​ຄວາມ​ເຄັ່ງ​ຕຶງ​​ເຊັ່ນ​ກັນ​ດ້ວຍ​​ການ​ຍິງ​ທຳລາຍ​ຢ່າງ​ລຽນຕິດ​ຈາກ​ຝ່າຍ​ຊີຣີ, ສ່ວນ​ໃນ​ທົ່ວ​ເຂດ​ດິນ​ແດນ​ຊີຣີ, ການ​ປະ​ທະ​ກັນ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 8/10 ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 61 ຄົນ.

ຂ່າວ/ບົດ​ອື່ນ