ທ່ານປະທານປະເທດຈີນ ສີຈິ້ນຜິງ ເດີນທາງໄປຢ້ຽມຢາມ 4 ປະເທດ

ທ່ານປະທານປະເທດຈີນ ສີຈິ້ນຜິງ ເດີນທາງໄປຢ້ຽມຢາມ 4 ປະເທດ - ảnh 1
(ທ່ານ​ປະທານ​ປະ​ເທດຈີນ
ສີ​ຈິ້ນ​ຜິ​ງ)
(vovworld) -  ຕອນ​ເຊົ້າ​ວັນ​ທີ 22/03, ທ່ານ​ປະທານ​ປະ​ເທດຈີນ ສີ​ຈິ້ນ​ຜິ​ງ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ປັກ​ກິ​ງ ​ໄປຢ້ຽມຢາມ 4 ປະ​ເທດ​ຢ່າງ​ເປັນ​ທາງ​ການ ​ເຊິ່ງລວມມີ ສະຫະພັນ​ລັດ​ເຊຍ, ຕາ​ຢາ​ລີ​ອາ, ອາ​ຟະ​ລິ​ກາ​ໃຕ້ ​ແລະ ສ.ກົງ​​ໂກ. ນີ້​ແມ່ນ​ການ​​ຢ້ຽມຢາມຕ່າງປະ​ເທດ​ເປັນຄັ້ງ​ທຳ​ອິດ​ຂອງ​ທ່ານ ສີ​ຈິ້ນ​ຜິ​ງ ນັບ​ແຕ່​ເມື່ອ​ໄດ້​ຮັບ​ດຳລົງ​ຕຳ​ແໜ່ງສູງສຸດ​​ໃນ​ພັກ, ກອງ​ທັບ ​ແລະ ລັດ​ຈີນ. ​ໃນ​ການ​ຢ້ຽມຢາມ, ທ່ານ ສີ​ຈິ້ນ​ຜິ​ງ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່​ມ BRICS (​ເຊິ່ງລວມມີ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ​ພົ້ນ​ເດັ່ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກແມ່ນ ບຣາຊິວ, ລັດ​ເຊຍ, ຈີນ, ອິນ​ເດຍ ​ແລະ ອາ​ຟລິກາ​​ໃຕ້), ​ເຊິ່ງຈະ​ດຳ​ເນີນ​ໄປ​ຢູ່ Durban, ອາ​ຟລະກາ​ໃຕ້ ​ໃນ​ລະຫວ່າງ​ວັນ​ທີ 26 – 27/03.

        ກ່ອນ​ການ​ຢ້ຽມຢາມ, ວັນ​ທີ 21/03, ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ Itartass ຂອງ​ລັດ​ເຊຍ, ທ່ານ​ປະທານາທິບໍດີ Putin ຢືນຢັນວ່າ ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຈີນ ​ໄດ້​ຮັບ​ການ​ປັບປຸງ​, ​ເພີ່ມ​ທະວີຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດ​ແຫ່ງການ​ພົວພັນ 2 ຝ່າຍ ທີ່​ມີ​ມາໃນ​ຫຼາຍສະຕິ​ວັດ​ແລ້ວ. ​ເພາະສະ​ນັ້ນ, ການ​ຢ້ຽມຢາມ​ລັດ​ເຊຍ​ ຂອງ​ທ່ານ ສີ​ຈິ້ນ​ຜິ​ງ ຈະ​ເປັນ​ການ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ