ປະທານປະເທດຫວຽດນາມເຈີນດ້າຍກວາງກ່ວຄຳເຫັນທີ່ການພົບປະ |
(vovworld)- ຕອນບ່າຍວັນທີ 4/1, ທີ່ການພົບປະກັບຜູ້ແທນ 60 ຄົນທີ່ເປັນເລຂາໜ່ວຍພັກທີ່ດີເດັ່ນຂອງອົງຄະນະພັກກຸ່ມວິສາຫະກິດສູນກາງ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ເນັ້ນໜັກວ່າ : “ ຂ້າພະເຈົ້າສະເໜີຕ້ອງເສີມຂະຫຍາຍບົດບາດນຳພາຂອງບັນດາອົງການຈັດຕັ້ງພັກຂັ້ນຮາກຖານ, ສຸມໃສ່ຊີ້ນຳນຳພາຢ່າງຂ້ຽວຂາດກວ່າອີກ, ແນໃສ່ຜັນຂະຫຍາຍໜ້າທີ່ສ້າງໂຄງປະກອບວິສາຫະກິດຄືນໃໝ່ຢ່າງມີປະສິດທິຜົນຕາມແຜນການທີ່ຂັ້ນຕ່າງໆໄດ້ອະນຸມັດຜ່ານ, ໃນນັ້ນເອົາໃຈໃສ່ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານພະນັກງານ ແລະ ກຳລັງແຮງງານ, ບັນດາວິທີການແກ້ໄຂທຸກຄວາມຫຍຸ້ງຍາກ, ພັດທະນາການຜະລິດ, ຕັ້ງໜ້ານຳໃຊ້ບັນດາຄວາມກ້າວໜ້າທາງດ້ານວິທະນາສາດ ແລະ ເຕັກໂນໂລຢີ, ແນໃສ່ຍົກສູງສະມັດທະພາບການອອກແຮງງານ, ຄຸນນະພາບຜະລິດຕະພັນ, ປະສິດທິຜົນການຜະລິດ ດຳເນີນທຸລະກິດ”