ທ່ານປະທານປະເທດເຈືອງເຕີນຊາງພົບປະກັບຊາວຫວຽດນາມ,ພະນັກງານ,ຜູ້ຊ່ຽວຊານກູບາ

ທ່ານປະທານປະເທດເຈືອງເຕີນຊາງພົບປະກັບຊາວຫວຽດນາມ,ພະນັກງານ,ຜູ້ຊ່ຽວຊານກູບາ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ
ຢ້ຽມ​ຢາມ​ພະ​ນັກ​ງານ, ລັດ​ຖະ​ກອນ ​ສະ​ຖານ​ທູດ​ຫວຽດ​ນາມ
 ປະ​ຈຳ​ກູ​ບາ
ພາບ:TTXVN

(vovworld)- ​ ວັນ​ທີ 29/9, ໃນ​ຂອບ​ເຂດ​ການຢ້ຽມ​ຢາມກູ​ບາ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​​ໄປ​ຢ້ຽມ​ຢາມ​ພະ​ນັກ​ງານ, ລັດ​ຖະ​ກອນ ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກູ​ບາ ແລະ ມີ​ການ​ໂອ້​ລົມ​ກັບ​ພະ​ນັກ​ງານ, ຜູ້​ຊ່ຽວ​ຊານ​ກູ​ບາ ທີ່​ມີ​ໄລ​ຍະ​ເວ​ລາ​ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ: ຍາມ​ໃດ ຫວຽດ​ນາມ​ກໍ​ເຄົາ​ລົບ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ບັນ​ດາ​ເພື່ອນ​ ກູ​ບາ ໃຫ້​ແກ່​ສາຍ​ພົວ​ພັນ​ສາ​ມັກ​ຄີ ອ້າຍ​ນ້ອງ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ ກູ​ບາ ໃນ 5 ທົດ​ສະ​ວັດ​ຜ່ານ​ມາ.

        “ທຸກ​ສິ່ງ​ທຸກ​ຢ່າງ​ບັນ​ລຸ​ໄດ້​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ກ່ອນ​ອື່ນ​ໝົດ​ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຊົນ, ຂອງ​ພັກ, ລັດ ຊື່ງ​ໃນ​ນັ້ນ ມ​ີ​ບົດ​ບາດ​ຂອງ​ບັນ​ດາ​ເພື່ອນ​ກູ​ບາ ຍາມ​ໃດ​ກໍ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ. ນີ້​ແມ່ນ​ການ​ພົວ​ພັນ​ເປັນ​ແບບ​ຢ່າງ​ໃນ​ໂລກ​ປະ​ຈຸ​ບັນ.”

        ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ພ້ອມ​ແລ້ວ​ແລກ​ປ່ຽນ​ບົດ​ຮຽນ​ກັບ ກູ​ບາ ໃນ​ວິ​ວັດ​ການ​ອັບ​ເດັດ​ຮູບ​ແບບ​ເສດ​ຖະ​ກິດ. ການ​ຢ້ຽມ​ຢາມ ກູ​ບາ ຄັ້ງ​ນີ້ ເພື່ອ​ສືບ​ຕໍ່​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ