ທ່ານປະທານປະເທດເຈືອງເຕີນຊາງພົບປະກັບທ່ານເລຂາທິການໃຫຍ່ສປຊ

ທ່ານປະທານປະເທດເຈືອງເຕີນຊາງພົບປະກັບທ່ານເລຂາທິການໃຫຍ່ສປຊ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon
ແລະ ທ່ານ​ປະ​ທານ​ປະ​ເທດ​ເຈ​ືອງ​ເຕີນ​ຊາງ

(vovworld)-​​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈ​ືອງ​ເຕີນ​ຊາງ, ຕອ​ນ​ເຊົ້າ​ວັນ​ທີ 22/5, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ແລະ ພັນ​ລະ​ຍາ ໄດ້​ເດີນ​ທາງ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 22-23/5/2015. ຕອນ​ບ່າຍ​ວັນ​ດຽວ​ກັນ, ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບຢ່າງ​ສົມ​ກຽດ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ແລກ​ປ່ຽ​ນ​ຄຳ​ເຫັນ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki moon. ສອງ​ຝ່າຍ​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຫວຽດ​ນາມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ບຸ​ລິ​ມະ​ສິດ​ຂອງ ສ​ປ​ຊ ໃນ​ໄລ​ຍະ​ຜ່ານ​ມາ, ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາ​ດ​ຕະ​ການ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ສ​ປ​ຊ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຕີ​ລາ​ຄາ​ສູງ​ການ​ສະ​ຫນັບ​ສະ​ຫນູນ, ຫນູນ​ຊ່ວຍ​ຫລາຍ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ ສ​ປ​ຊ ທີ່​ມີ​ຕໍ່​ຫວຽດ​ນາມ ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ. ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຖື​ວ່າ: ຫວຽດ​ນາມ ແມ່ນ​ປະ​ເທດ​ນຳ​ຫນ້າ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ. ການ​ນຳ​ສອງ​ທ່ານ​ເຫັນ​ດີ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຄວນ​ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ຫລັງ​ປີ 2015, ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ສູ້​ຊົນ​ບັນ​ລຸ​ຂໍ້​ຕົກ​ລົງ​ສາ​ກົນ​ໃຫມ່​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ປີ 2015. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນ​ຢັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ບົດ​ບາດ, ການ​ປະ​ກອບ​ສ່ວນ​ຂອງ ສ​ປ​ຊ ໃນ 70 ປີ​ຜ່ານ​ມາ ແລະ ພ້ອມ​ກັນ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ ສ​ປ​ຊ ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ສຳ​ລັບ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ ແລະ ພາກ​ພື້ນ. ພວກ​ຂ້າ​ພະ​ເຈົ້າ​ແບ່ງ​ປັນ​ທ​ັດ​ສະ​ນະ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ ສາ​ກົນ.”

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ເນັ້ນ​ຫນັກ​ວ່າ: ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ພາກ​ພື້ນ ແລະ​ສາ​ກົນ, ໃນ​ນັ້ນ ມີ​ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ຝ່າຍ​ຄວນ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ.

        “ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຜ່ານ​ການ​ເຈ​ລະ​ຈາ ແລະ ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ການ​ທາບ​ທາມ​ຄຳ​ເຫັນ​ພວມ​ດຳ​ເນີນ​ໄປ​ລະ​ຫວ່າງບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ຈີນ ກ່ຽວ​ກັບ​ຄຳ​ສະ​ເຫນີ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ບັນ​ດ​າ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຈະ​ເຮັດ​ໃຫ້​ບັນ​ດາ​ຝ່າຍ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ຢ່າງ​ເລິກ​ເຊິ່ງກວ່າ.”

ຂ່າວ/ບົດ​ອື່ນ