ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມການ ເຄື່ອນໄຫວ “ລະດູ ບານໃຫມ່ຢູ່ບ້ານເກີດເມືອງນອນປີ2015”

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມການ ເຄື່ອນໄຫວ “ລະດູ ບານໃຫມ່ຢູ່ບ້ານເກີດເມືອງນອນປີ2015” - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຖະ​ຫວາຍ​ທູບ​ທຽນ​
ຢູ່​ວິ​ຫານ​ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ ຮູ່ງ
ພາບ:vov
(vovworld)- ຕອນ​ບ່າຍ​ວັນ​ທີ 8/2, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດເປັນ​ຈຳ​ນວນ​ຫລວງ​ຫລາຍ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫລາ​ຍ​ຢ່າງ​ໃນ​ຂອບ​ເຂດ ລາຍ​ການ “ລະ​ດູ​ບານ​ໃຫມ່​ຢູ່​ບ້ານ​ເກີດ​ເມືອງນອນ​ປີ 2015”. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ພ້ອມ​ດ້ວຍ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ຢູ່​ວິ​ຫານ​ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ ຮູ່ງ ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ ແລະ ໄປ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈິ​ມີນ - ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ​ ຢູ່ ທ່າ​ກຳ​ປັ່ນ ຍ່າ​ຣົ່ງ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ພ້ອມ​ດ້ວຍ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ປ່ອຍ​ປ່າ​ລົງ​​ຄອງ​ນ້ຳ ເຕົາ​ຫູ ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາດ.

ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ທ່າ​ກຳ​ປັ່ນ ຍ່າ​ຣົ່ງ, ​ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ພ້ອມ​ກັບ​ຜູ້​ຕາງ​ຫ​ນ້າ​ການ​ນຳ​ພັກ, ລັດ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ, ທ້ອງ​ຖິ່ນ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປະ​ມານ 1000 ຄົນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ​ພິ​ເສດ ດ້ວຍ​ຫົວ​ຂໍ້​ວ່າ: “ລະ​ດູ​ບານ​ໃຫມ່​ຢູ່​ບ້ານ​ເກີດ​ເມືອງນອນ​ປີ 2015 - ປະ​ເທດ​ຊາດ​ສະ​ຫງ່າ​ລາ​ສີ”. ເຂົ້າ​ຮ່ວມ​ລາຍ​ການ​ສິ​ລະ​ປະ​ມີ​ບັນ​ດາ​ນັກ​ສິ​ລະ​ປີນ​ທີ່​ມີ​ຊື່​ສຽງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ໄດ້​ສ້າງ​ບັນ​ຍາ​ກາດ​ເບິກ​ບານ​ມ່ວນ​ຊື່ນ ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່ຢ່າງ​ອົບ​ອຸ່ນ ແລະ ກ້າວ​ເຂົ້າ​ສູ່ໄລ​ຍະ​ພ​ັດ​ທະ​ນາ​ໃຫມ່​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ