ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຜູ້ວ່າການລັດແຂວງ Niigata, ຍີ່ປຸ່ນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຄວາມຕັດສິນໃຈ, ຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມຂອງທ່ານຜູ້ວ່າການລັດ ແລະ ອຳນາດການປົກຄອງແຂວງ Niigata ໃນການຊຸກຍູ້ການພົວພັນກັບ ຫວຽດນາມ ໃນໄລຍະຜ່ານມາ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຜູ້ວ່າການລັດແຂວງ Niigata, ຍີ່ປຸ່ນ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Hanazumi Hideyo, ຜູ້ວ່າການລັດແຂວງ Niigata)

        ຕອນບ່າຍວັນທີ 12 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Hanazumi Hideyo, ຜູ້ວ່າການລັດແຂວງ Niigata, ຍີ່ປຸ່ນ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຄວາມຕັດສິນໃຈ, ຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມຂອງທ່ານຜູ້ວ່າການລັດ ແລະ ອຳນາດການປົກຄອງແຂວງ Niigata ໃນການຊຸກຍູ້ການພົວພັນກັບ ຫວຽດນາມ ໃນໄລຍະຜ່ານມາ, ສະເໜີໃຫ້ແຂວງ ສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ. ຕາມນັ້ນແລ້ວ, ແຂວງ Niigata ລົງທຶນເຂົ້າໃນຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳສຳຮອງ, ຜະລິດເຄື່ອງອາໄຫຼ່ເອເລັກໂຕນິກເຕັກໂນໂລຊີສູງ, ປຸງແຕ່ງທັນຍາຫານ…ໃຫ້ກຼາຍກວ່າອີກ. ທ່ານປະທານປະເທດເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຂອງແຂວງ Niigata ມາລົງທຶນ, ດຳເນີນທຸລະກິດໃຫ້ປະສົບຜົນສຳເລັດຢູ່ ຫວຽດນາມ.

        ສ່ວນທ່ານ Hanazumi Hideyo, ຜູ້ວ່າການລັດແຂວງ Niigata ໃຫ້ຮູ້ວ່າ, ປະຈຸບັນ ບັນດາທ້ອງຖິ່ນຂອງ ຍີ່ປຸ່ນ ປາດຖະໜາຢາກຊຸກຍູ້ການພົວພັນແລກປ່ຽນກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຫຼາຍກວ່າອີກ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ