ທ່ານປະທານປະເທດ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 180 ປີ ແຫ່ງວັນສ້າງຕັ້ງແຂວງ ຮືງອຽນ

ທ່ານປະທານປະເທດ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 180 ປີ ແຫ່ງວັນສ້າງຕັ້ງແຂວງ ຮືງອຽນ  - ảnh 1
(ພາບ: http://hungyentv.vn)

ຕອນ​ເຊົ້າ​ວັນ​ທີ 27/11, ​​ຢູ່ ແຂວງ ຮື​ງອຽນ ​ໄດ້​ຈັດ​ຕັ້ງ​ພິທີ ສະ​ເຫຼີ​ມສະຫຼອງ 180 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ (1831 – 2011) ຢ່າງ​ສົມ​ກຽດ.

        ກ່າວ​ປາ​ໄສ​ທີ່​ພິທີດັ່ງກ່າວ, ທ່ານ ຫງວຽນ​ວັນ​ເກື່ອງ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ ປຊຊ ​ແຂວງ ​ໃຫ້​ຮູ້​ວ່າ: ຮື​ງອຽນ​ຍາມ​ໃດ​ກໍ່​ມີ​ບັນດາ​ບາດກ້າວ​ບຸກທະລຸ​ໃນ​ຍຸດ​ທະ​ສາດ​ພັດ​ທະນາ​ເສດຖະກິດ - ສັງຄົມ. ​ເສດຖະກິດຂອງ​ແຂວງ​ເຕີບ​ໂຕ​ໄວ, ຮອບດ້ານ ​ແລະ ໝັ້ນຄົງ, ສະ​ເລ່ຍ ບັນລຸ 12% ຕໍ່​ປີ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ເຖິງ​ມູນ​ເຊື້ອ​ປະຫວັດສາດ ດ້ວຍ ພື້ນຖານວັດທະນະທຳ, ມັກ​ການ​ຮ່ຳຮຽນ ​ແລະ ນ້ຳ​ໃຈ​ຮັກ​ຊາດ​ຂອງ ປຊຊ ​ແຂວງຮື​ງອຽນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ ​ແຂວງ ຮື​ງອຽນ​ຄວນ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ຈຳນວນ​ໜຶ່ງ​ຄື:

“​ເສີມ​ຂະ​ຫຍາ​ຍບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ອົງຄະ​ນະ​ພັກ ​ແລະ ປຊຊ ຮືງອຽນ​ຄວນ ສາມັກຄີ, ສູ້​ຊົນ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປະຕິບັດ​ບັນດາ​ບາດກ້າວບຸກທະລຸ​ຍຸດ​ທະ​ສາດ ກ່ຽວ​ກັບ​ການສ້າງ​​ກົນ​ໄກ​ຕະຫຼາດ​ໃຫ້​ສົມ​ບຸນ​ແບບ​ຕາມ ກຳນົດ​ທິດ​ສັງຄົມ​ນິຍົມ, ພັດທະນາ​ແຫຼ່ງຊັບ​ພະຍາກອນມະນຸດ​ໄວ, ພ້ອມ​ກັນ​ນັ້ນ ກໍ່​ເອົາ​ໃຈ​ໃສ່​ພັດທະນາ​ວັດທະນະທຳ ສັງຄົມ, ຄວາມ​ສະຫງົບ​ທາງ​ດ້ານ​ການ​ເມືອງ. ຮື​ງອຽນ​ຕ້ອງປະຕິບັດ​ຈຸດໝາຍ​ໜ້າ​ທີ່​ເຊິ່ງ ກອງ​ປະຊຸ​ມ​ໃຫຍ່ຄັ້ງ​ທີ 11 ຂອງພັກ​ກອມ​ມູນິດ​ຫວຽດນາມ​ ​ແລະ ກອງ​ປະຊຸມ​ໃຫຍ່​ອົງ​ຄະນະ​ພັກ​ແຂວງ​ໄດ້​ວາງ​ອອກສຳ​ເລັດກ່ອນ​ກຳນົດ​ເວລາ​, ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງພັກ​ຢ່າງ​ມີ​ໄຊ”

        ​ໂດຍຕາງໜ້າ​ການ​ນຳ​ພັກ ​ແລະ ລັດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ​ໃຫ້​ແກ່​ແຂວງ ຮື​ງອຽນ.

ຂ່າວ/ບົດ​ອື່ນ