ທ່ານປະທານປະເທດ ເຈືອງເຕີ້ນຊາງ ລົງເຮັດວຽກຢູ່ແຂວງບັກກ້ານ
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຢ້ຽມຢາມບໍລິສັດຫຸ້ນສ່ວນ SaHaBak
(ພາບ:baobaccan)
|
Vovworld- ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງພູດອຍທາງ ພາກເໜືອ, ວັນທີ 20/8, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊອກຮູ້ ກ່ຽວກັບຊີວິດການເປັນຢູ່ຂອງ ພໍ່ແມ່ປະຊາຊົນບັນດາເຜົ່າໃນແຂວງບັກກ້ານ. ທີ່ການເຮັດວຽກ ກັບການນຳ ຫຼັກແຫຼ່ງແຂວງບັກກ້ານ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ເນັ້ນໜັກວ່າ ດ້ວຍຈຸດພິເສດສະເພາະຂອງແຂວງພູດອຍ, ບັກກ້ານຕ້ອງກຳນົດແຈ້ງທ່າແຮງຂອງຕົນ ເພື່ອສຸມໃສ່ພັດທະນາ. ທາງແຂວງຄວນເປັນເຈົ້າການເປິດກ້ວາງການຊອກຫາບັນດານັກລົງທຶນຫຼືຮ່ວມສຳພັນເພື່ອຫັນປ່ຽນເສດຖະກິດຕິດທິດຫັນເປັນອຸດສາຫະກຳ, ເປັນຕົ້ນແມ່ນອຸດສາຫະກຳປຸ່ງແຕ່ງ, ຂຸດຄົ້ນແຮ່ທາດ ແນໃສ່ສ້າງມູນຄ່າສ່ວນເກີນຕື່ມອີກໃຫ້ແກ່ຜະລິດຕະພັນສຳຄັນຂອງແຂວງ. ເມື່ອເຕື້ອງເຖິງບັນດາກໍ່ສ້າງຊົນນະບົດໃໝ່, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຖືວ່າ ຕ້ອງມີໄຫວພິບໃນການໝູນໃຊ້ມາດຖານຕາມຈຸດພິເສດສະເພາະຂອງທ້ອງຖິ່ນເພື່ອເລັ່ງໃສ່ປະຕິບັດ ແນໃສ່ນຳມາເຊິ່ງປະສິດທິຜົນອັນແທດຈິງທີ່ສຸດໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ. ພ້ອມກັນນັ້ນ, ຜ່ານພຶດຕິກຳແຫ່ງການຜັນຂະຫຍາຍ, ທາງທ້ອງຖິ່ນຄວນຖອດຖອນບົດຮຽນ, ສ່ອງແສງສິ່ງທີ່ຍັງຄົງຄ້າງຢ່າງທັນການເພື່ອສາມາດປັບປຸງເພີ່ມເຕີມມາດຖານກໍ່ສ້າງຊົນນະບົດໃໝ່.