ທ່ານປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດ ເລືອກຕັ້ງເມືອງ 4 ນະຄອນໂຮ່ຈິມີນ

 ທ່ານປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດ  ເລືອກຕັ້ງເມືອງ 4 ນະຄອນໂຮ່ຈິມີນ - ảnh 1
ທ່ານປະທານປະເທດ Truong Tan Sang ພົບປະກັບ
ຜູ້ມີສິດເລືອກຕັ້ງເມືອງ 4
ພາບ:TTXVN



(vovword)- ຕອນ​ເຊົ້າ​ວັນ​ທີ 3/5 ສືບຕໍ່ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຢູ່ ນະຄອນ ໂຮ່ຈິມີນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ພ້ອມ​ກັບຫນ່ວຍສະມາຊີກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຫົວຫນ່ວຍ​ເລກ 1 ຂອງ​ນະ​ຄອນ​  ໂຮ່ຈິ​ມີນ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 4 ກວ່າ 400 ຄົນ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເຫ​ນີ​ຕໍ່​ທ່ານ​ປະທານ​ປ​ະ​ເທດ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ບັນຫາ​ເງິນ​ເດືອນ​ຂອງ​ພະນັກງານ, ພາລະກອນ​ການ​ແພດ, ສະພາບ​ການ​ຄົນ​ເຈັບ​ເຂົ້າ​ໂຮງໝໍ​ເກີນຂອບເຂດ, ຫລຸດຜ່ອນອັດຕາ​ດອກ​ເບ້​ຍທະນາຄານ​. ຜູ້​ມີ​ສິດ​ເລ​ືອກຕັ້ງ​ກໍ​ສະ​ເຫ​ນີວ່າ ຕ້ອງ​ມີ​ການ​ປ່ຽນ​ໃຫມ່​ໃນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລ​ືອກຕັ້ງ, ກ້າວ​ໄປ​ເຖິງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ພົບ​ປະ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເພື່ອ​ຮັບ​ຟັງ​ບັນດາ​ບັນຫາ​ຊຶ່ງ​ປະຊາຊົນ​ມີ​ຄວາມ​ສົນ​ໃຈ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ປະທານ​ປະ​ເທດ Truong Tan Sang​ ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ປະກອບ ​ແລະ ຂໍ້ສະ​ເຫ​ນີຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຸ​ເມືອງ 4 ​ແລະ ຕອບ​ບັນດາ​ຄຳ​ເຫັນ​ຊຶ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍົກ​ອອກ.

 

 

ຂ່າວ/ບົດ​ອື່ນ