ທ່ານປະທານປະເທດ Truong Tan Sang ເຮັດວຽກກັບສະມາຄົມຜູ້ອາຍຸສູງ

ທ່ານປະທານປະເທດ Truong Tan Sang ເຮັດວຽກກັບສະມາຄົມຜູ້ອາຍຸສູງ - ảnh 1
ການເຄື່ອນໄຫວຂອງຜູ້ອາຍຸສູງຫວຽດນາມ
ພາບປະກອບ: internet


(vovword) - ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຜູ້​ອາຍຸ​ສູງ ​ແມ່ນ​ການ​ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ ​ແຕ່​ສິ່ງ​ສຳຄັນ​ກວ່າ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ ​ແລະ ລະບອບ. ນີ້​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ​ເມື່ອ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ຜູ້​ອາຍຸ​ສູງ ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 2/7. ທ່ານ​ນາງ Cu Thi Hau ປະທານ​ສູນ​ກາງ​ສະມາຄົມ​ຜູ້​ອາຍຸ​ສູງ ຫວຽດນາມ ​ໄດ້​ລາຍ​ງານ​ໃຫ້​ທ່ານ​ປະທານ​ປະ​ເທດ ຊາບ​ ​ບາງ​ຈຸດກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຜູ້​ອາຍຸ​ສູງ ຫວຽດນາມ ​ໃນ​ຕະຫລອດ 17 ປີ ຜ່ານ​ມາ. ທ່ານ ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ຫນັກ​ວ່າ:

        “ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຜູ້​ອາຍຸ​ສູງ​ແມ່ນ​ໄດ້​ຮັບ​ຜົນງານ​ຫລາຍ​ຢ່າງ​ແລ້ວ, ຕ້ອງ​ພະຍາຍາມ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວຽກ​ງານ​ນີ້​ຢ່າງ​ສຸດ​ຂີດ. ໝາກຜົນ​ດັ່ງກ່າວ​ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃຫມ່ ພ້ອມ​ທັງ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ, ຕໍ່​ລະບອບ.”

ຂ່າວ/ບົດ​ອື່ນ