ທ່ານປະທານສະພາຕຳ່ Uruguay ສິ້ນສຸດການ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານປະທານສະພາຕຳ່ Uruguay ສິ້ນສຸດ
ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(ພາບ: TTXVN)
(vovworld) - ວັນທີ 22/1, ທ່ານ Anibal Pereyra, ປະທານສະພາຕຳ່ສາທາລະນະລັດ Uruguay ຕາເວັນອອກ ແລະ ຄະນະຜູ້ແທນສະພາຕຳ່ສາທາລະນະລັດ Uruguay ຕາເວັນອອກ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ.
ໃນໄລຍະຢູ່ຢ້ຽມຢາມ, ທ່ານປະທານສະພາຕຳ່ສາທາລະນະລັດ Uruguay ຕາເວັນອອກ ໄດ້ຮັບການຕ້ອນຮັບ, ເຈລະຈາ ແລະ ງານລ້ຽງຢ່າງສົມກຽດຈາກທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ. ສະພາຕຳ່ Uruguay ແລະ ສະພາແຫ່ງຊາດຫວຽດນາມ ກໍ່ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ. ແລະກໍ່ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້, ທ່ານ Anibal Pereyra ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຟ້າມບິງມີງ, ຢ້ຽມຢາມນະຄອນຫາຍ ຟ່ອງ ແລະ ເຮັດວຽກກັບການນຳຄະນະກຳມະການປະຊາຊົນນະຄອນ.