ຄະນະຜູ້ແທນຫວຽດນາມເຂົ້າໄຫວ້ອາໄລປະທານສະພາສູງ ກຳປູເຈຍ Chea Sim |
(vovworld)- ຕອນບ່າຍວັນທີ 10/6, ເນື່ອງໃນໂອກາດ ເດີນທາງເຖິງນະຄອນຫລວງ ພະນົມເປັນ ເພື່ອໄຫວ້ອາໄລປະທານສະພາສູງ ກຳປູເຈຍ Chea Sim, ທ່ານ ຫງວຽນຊີງຮຸ່ງ, ປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin . ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ໄດ້ສົ່ງຄວາມແບ່ງເບົາຄວາມເສົ້າສະລົດໃຈຂອງທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ມາຍັງ ກະສັດ ກຳປູເຈຍ ໂນໂຣດົມ ສີຫາໂມນີ, ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ, ສະພາແຫ່ງຊາດ, ລັດຖະບານ ກຳປູເຈຍ ແລະ ຄອບຄົວຂອງທ່ານ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ແລະ ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin ໄດ້ເຫັນດີນຳກັນວ່າ ສືບຕໍ່ຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສວ່ນເຂົ້າໃນສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.