ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຖະຫວາຍທູບທຽນຢູ່ ເຂດອະນຸສອນ​ສະຖານ ປະທານໂຮ່ຈີມິນ


ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຖະຫວາຍທູບທຽນຢູ່ ເຂດອະນຸສອນ​ສະຖານ ປະທານໂຮ່ຈີມິນ - ảnh 1

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງຖະຫວາ​ຍທູບ​ທຽນ​ຢູ່ເຂດອະນຸສອນ​ສະຖານປະທານໂຮ່ຈີມິນ
(ພາບ:daibieunhandan.vn)

ຕອນ​ເຊົ້າ​ວັນ​ທີ 18/1, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ້ອມກັບ​ບັນດາ​ພະນັກງານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ໄປ​ຖະຫວາ​ບທູບບູຊາ​ທຽນ​ອາ​ໄລ​ຫາ​ລຸງ​ໂຮ່ຢູ່​ເຂດ​ອະນຸສອນ​ສະຖານ​ປະທານ ​ໂຮ່ຈີ​ມິນ ​ໃນ​ບໍລິ​ເວັນ​ສຳນັກງານ​ປະທານ​ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​​ໄດ້ສະ​ແດງ​ຄວາມ​ເຄົາລົບ​ນັບ​ຖື​ ​ແລະ ສະ​ເທືອ​ນ​ໃຈ​ອາ​ໄລ​ຫາ​ເຖິງ​ຄຸນ​ງານ​ຄວາມ​ດີ​ອັນ​​ໃຫຍ່​ຫຼວງ​ຂອງ​ປະທານ​ໂຮ​ຈີ​ມິນ​ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວັງ​ວ່າ  ບັນດາພະນັກງານ, ກຳມະກອນ​ຢູ່​ທີ່​ນີ້ຈົ່ງສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ ຮັກສາ​ບັນດາວັດຖຸ​ພັນອັນ​ລ້ຳ​ຄ່າ, ​ແລະ ສັກກະ​ຫຼະບູຊາ​ກ່ຽວ​ກັບ​ປະທານ​ໂຮ່ຈີ​ມິນ, ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ມໍ​ລະ​ດ​ົກອັນ​ລ້ຳ​ຄ່າ​ນີ້​ໃຫ້​ແກ່​ລຸ້ນຫຼັງ. ພ້ອມ​ກັນ​ນັ້ນ, ​ກໍ່​ປະຕິບັດ​ວຽກ​ງານແນະນຳ​ກັບ​ປະຊາຊົນທົ່ວ​ປະ​ເທດ ​ແລະ ​ເພື່ອ​ນມິ​ດສາກົນ​ກ່ຽວ​ກັບຊີວິດ ​ແລະ ​ພາລະກິດຂອງ​ປະທານ​ໂຮ່​ຈີ​ມິ​ນ​ເປັນ​ຢ່າງ​ດີ, ປະກອບສ່ວນຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັ້ນຂົນຂວາຍ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງ​ຄຸນສົມບັດ​ປະທານ​​ໂຮ່ຈີ​ມິນ.








ຂ່າວ/ບົດ​ອື່ນ